ປະທານປະເທດເຈືອງເຕີ້ນຊາງ ຕ້ອນຮັບບັນດາເອກອັກຄະລັດຖະທູດ ເຂົ້າຍືນສານຕາຕັ້ງ
ທ່ານປະທານປະເທດຫວຽດນາມເຈືອງເຕີ້ນຊາງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດໄທເຂົ້າຍືນສານຕາຕັ້ງ (baomoi.com) |
(vovworld)- ຕອນບ່າຍວັນທີ 26/3, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມເຈືອງເຕີ້ນຊາງ ໄດ້ໃຫ້ການຕ້ອນຮັບການເຂົ້າຍືນສານຕາຕັ້ງຮັບໜ້າທີ່ໃໝ່ຢູ່ຫວຽດນາມຂອງເອກອັກຄັດລັດຖະທູດໄທ, ອິນໂດເນເຊຍ, ຟິລິບປິນ ແລະ ມາເລເຊຍ. ທ່ານປະທານປະເທດຫວຽດນາມເຈືອງເຕີ້ນຊາງ ໄດ້ຊົມເຊີຍບັນດາເອກອັກຄະລັດຖະທູດມາຮັບໜ້າທີ່ໃໝ່ຢູ່ຫວຽດນາມ, ທ່ານຢືນຢັນວ່າ ຫວຽດນາມຈະສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ບັນດາເອກອັກຄະລັດຖະທູດເຮັດຫຼ້ອນໜ້າທີ່ຂອງຕົນ. ສ່ວນບັນດາເອກອັກຄະລັດຖະທູດລ້ວນແຕ່ຢືນຢັນ ຈະເຮັດຈົນສຸດຄວາມສາມາດຂອງຕົນເພີ່ມທະວີການພົວພັນຮ່ວມມືກັບຫວຽດນາມໃຫ້ດີຍິ່ງໆຂຶ້ນ.