ປະທານປະເທດ ເຈິນດ້າຍກວາງຕ້ອນຮັບລັດຖະມນຕີກະຊວງຕຳຫຼວດຈີນ
ທ່ານປະທານປະເທດ ເຈິນດ້າຍກວາງ ໄດ້ໃຫ້ການຕ້ອນຮັບລັດຖະມນຕີກະຊວງຕຳຫຼວດຈີນ ກົວຈິງຄຸນ |
(vovworld)- ຕອນເຊົ້າວັນທີ 24/9, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈິນດ້າຍກວາງ ໄດ້ໃຫ້ການຕ້ອນຮັບລັດຖະມນຕີກະຊວງຕຳຫຼວດຈີນ ກົວຈິງຄຸນ, ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈິນດ້າຍກວາງໄດ້ຕີລາຄາສູງໃນໄລຍະທີ່ຜ່ານມາ, ກະຊວງຕຳຫຼວດຂອງ 2 ປະເທດໄດ້ຮ່ວມມືຢ່າງຕັ້ງໜ້າ, ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນ, ເປັນເຈົ້າການສົມທົບກັນຕໍ່ສູ້ຕ້ານອາດສະຍາກຳຕ່າງໆ. ທ່ານປະທານປະເທດ ເຈິນດ້າຍກວາງ ສະເໜີໃນໄລຍະທີ່ຈະມາເຖິງ ກະຊວງຕຳຫຼວດ 2 ປະເທດຄວນປະຕິບັດບັນດາຖະແຫຼງການ, ສັນຍາ, ຂໍ້ຕົກລົງ, ກົນໄກຮ່ວມມືໂດຍການນຳ 2 ພັກ, 2 ລັດໄດ້ເປັນເອກະພາບກັນ. ຜ່ານນັ້ນ ກໍເພີ່ມທະວີການສົມທົບກັນແກ້ໄຂກໍລະນີເກີດໃໝ່ຢູ່ເຂດຊາຍແດນ ທັງນີ້ກໍປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານຫວຽດນາມ-ຈີນ.