ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບປະທານສະຫະພັນ ສສ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ
(ພາບ: Nguyễn Dân/TTXVN)
(vovworld) - ວັນທີ 27/4, ຢູ່ສຳນັກງານປະທານປະເທດ ທີ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບທ່ານ Nikai Toshihiro, ປະທານສະຫະພັນ ສະມາຊິກສະພາແຫ່ງຊາດ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ພ້ອມກັບຜູ້ຕາງໜ້າບາງກຸ່ມບໍລິສັດອັນດັບໜຶ່ງຂອງ ຍີ່ປຸ່ນ ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນວ່າ: ຍາມໃດ ຍີ່ປຸ່ນ ກໍ່ແມ່ນຄູ່ຮ່ວມມືເສດຖະກິດສຳຄັນອັນດັບໜຶ່ງຂອງ ຫວຽດນາມ. ທ່ານປະທານປະເທດ ສະເໜີໃຫ້ 2 ຝ່າຍຄວນສ້າງເງື່ອນໄຂອຳນວຍຄວາມສະດວກກ່ວາ ເພື່ອໃຫ້ວິສາຫະກິດ ຍີ່ປຸ່ນ ສືບຕໍ່ລົງທຶນຢູ່ ຫວຽດນາມ, ພ້ອມທັງເຊື່ອໝັ້ນວ່າ: ໃນໄລຍະຈະມາເຖິງ, ທ່ານ Nikai Toshihiro ແລະ ບັນດາສະມາຊິກໃນສະຫະພັນ ສະມາຊິກສະພາແຫ່ງຊາດ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ຈະສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ, ສະໜັບສະໜູນ, ສົ່ງເສີມລັດຖະບານ ຍີ່ປຸ່ນ ເພີ່ມທະວີການຮ່ວມມືກັບ ຫວຽດນາມ ກ່ວາອີກ.
ທ່ານປະທານສະຫະພັນ ສະມາຊິກສະພາແຫ່ງຊາດ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ Nikai Toshihiro ຢືນຢັນວ່າ: ສະຫະພັນ ສະມາຊິກສະພາແຫ່ງຊາດ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ຈະເຮັດຈົດສຸດຄວາມສາມາດຂອງຕົນແນໃສ່ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ແທດຈິງກ່ວາອີກ.