ປະທານປະເທດ ເຈືອງເຕີ້ນຊາງ ລົງພົບປະກັບຜູ້ມີສິດເລືອກຕັ້ງ ນະຄອນໂຮ່ຈິມິນ

ປະທານປະເທດ ເຈືອງເຕີ້ນຊາງ ລົງພົບປະກັບຜູ້ມີສິດເລືອກຕັ້ງ ນະຄອນໂຮ່ຈິມິນ - ảnh 1ທ່ານປະທານປະເທດ ເຈືອງເຕີ້ນຊາງ ລົງພົບປະກັບຜູ້ມີສິດເລືອກຕັ້ງ ເມື​ອງ 4 ນະຄອນໂຮ່ຈິມິນ

(vovworld)- ໃນ​ຂອບ​ເຂດ​ການ​ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ອນ​ທີ່​ດຳ​ເນີນ ກອງ​ປະ​ຊຸມສະ​ໄໝ​ສາ​ມັນ​ເທືຶ່ອ​ທີ່ 8 ສະ​ພາ​ແຫ່ງ​ຊາດ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13, ວັນ​ທີ 15/10, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ພ້ອມ​ດ້ວຍ​ຄະ​ນະ​ ສ.ສ​.ຊ ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ລ​ົງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງເມືອງ 4 ນະ​ຄອນ​ໂຮ່​ຈິ​ມິນ. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ຢືນ​ຢັນ​ວ່າ ໃນ​ໄລ​ຍະ​ທ​ີ່​ຜ່ານ​ມາ, ພັກ ແລະ ລັດ​ຕັດ​ສິນ​ໃຈ​ຕໍ່​ສູ້​ກັບ​ໄພ​ສໍ້​ລາດ​ບັງຫຼວງ ແລະ ບັນ​ລຸ​ໝາກ​ຜົນ​ຢ່າງ​ຕັ້ງ​ໜ້າ. ແຕ່​ເມື່ອ​ທຽບ​ໃສ່​ຈຸດ​ໝາຍ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ພັກ ແລະ ລັດ​ວາງ​ອອກນັ້ນ, ແມ່ນ​ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ເທືຶ່ອ, ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ຕ້ອງ​ຍົກ​ສູງ​ໜ້າ​ທີ່​ຮັບ​ຜິດ​ຊອບ, ສຸມ​ໃສ່​ຍູ້​ແຮງວຽກ​ງານ​ຕໍ່​ສູ້​ປ້ອງ​ກັນ ແລະ ຕ້ານ ໄພ​ສໍ້​ລາດ​ບັງຫຼວງ.

 ກ່ຽວ​ກັບ​ແຫຼ່ງ​ກຳ​ລັງ​ໃນ​ພ​າກ​ບໍ​ລິ​ຫານ​ລັດ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ຊີ້​ແຈ້ງວ່າ ອັດ​ຕາ​ພະ​ນັກ​ງານ​ບໍ​ລິ​ຫານ​ຂັ້ນ​ຕາ​ແສງ​ຂອງ​ຫວຽດ​ນາມ​ເມື່ອ​ທຽບ​ໃສ່​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ແມ່ນບໍ່​ຜິດ​ໂຕນ​ກັນຫຼາຍ. ດັ່ງ​ນັ້ນ, ວິ​ທີ​ການ​ແກ້​ໄຂຫຼຸດ​ຜ່ອນ​ບຸກ​ຄະ​ລາ​ກອນ ບໍ່ແມ່ນບັນ​ຫາ​ຕັດ​ສິນ​ຊີ້​ຂາດ. ສິ່ງ​ສຳ​ຄັນ​ແມ່ນ​ຕ້ອງ​ຍົກ​ສູງ​ຄຸນ​ນະ​ພາບ​ວຽກ​ງານ. ເມື່ອ​ຮັບ​ຟັງ​ບັນ​ດາ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງກ່ຽວ​ກັບ​ບັນ​ຫາ​ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ສະ​ເໜີ​ປະ​ຊາ​ຊົນ​ພ້ອມ​ກັນ​ສົມ​ທົບ​ກັບ​ລັດ, ຕັ້ງໜ້າ​ຕິດ​ຕາມກວດ​ກາ, ສະ​ກັດ​ກັ້ນ​ການ​ຟຸມ​ເຟືອຍ, ປະ​ກົດ​ການ​ຫຍໍ້​ທໍ້ …

ຂ່າວ/ບົດ​ອື່ນ