ປະທານວຸດທິສະພາໄທ ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ

ປະທານວຸດທິສະພາໄທ ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ - ảnh 1
(ພາບ: internet)

ຕອນ​ຄ່ຳ​ວັນ​ທີ 23/12, ປະທານ​ວຸດ​ທິສະພາ​ໄທ ທີຣາ​ເດັດ ມີ​ພຽນ​ ​ໄດ້​ເດີນທາງ​ອອກ​ຈາ​ກ ຮ່າ​ໂນ້ຍ, ສິ້ນ​ສຸ​ດການ​ຢ້ຽມຢາມ​ຫວຽ​ດນາມ​​ຢ່າງ​ຈົບງາມ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຫວຽດນາມ, ທ່ານ​ປະທານ​ວຸດ​ທິສະພາ​ໄທ ທີຣາ​ເດັດ ມີ​ພຽນ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ ​ໄດ້ຮັບ​ການ​ຕ້ອນຮັບ​ຈາກທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮູ່ງ ​ແລະ ຄະນະຜູ້​ແທນ​ຂັ້ນ​ສູງ ສະພາ​ແຫ່ງ​ຊາດຫວຽດນາມ​. ຄະນະ​ກໍ່​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ປະທານ​ປະ​ເທດຫວຽ​ດນາມ ​ເຈືອ​ງ​ເຕີນ​ຊາງ, ​ພົບ​ປະ​ກັບທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູກ ​ແລະ ມີ​ການ​ເຈລະຈາກັບ​ຄະນະ​ຜູ້​ແທນ ສະພາ​ແຫ່ງ​ຊາດ​ຫວຽດນາມ.

​ໃນ​ການ​ພົບ​ປະ​ຕ່າງໆ, 2 ຝ່າຍ​ໄດ້​ແລ​ກປ່ຽນ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ ການ​ເມືອງ, ການ​ທູດ, ​ເສດຖະກິດ ບ ສັງຄົມ ກໍ່​ຄື​ວຽກ​ງານ​ນິຕິບັນ​ຍັດ​ຂອງ​ແຕ່ລະ​ປະ​ເທດ, ​ເປັນ​ເອກະ​ພາບກັນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ເພີ່ມ​ທະວີ​ນ້ຳ​ໃຈ​ສາມັກ​ຄີ, ຮ່ວມ​ມື ​ແລະ ຄວາມ​ເຂົ້າ​ອົກ​​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ 2 ປະ​ເທດ, ​ເພິ່ມທະວີ​ຄວາມ​​​ຜູກ​ພັນ​ກັນ​ລະຫວ່າງ 2 ​ສະພາ​ແຫ່ງ​ຊາດ,  2 ລັດ​ໃນ​ບັນດາ​ເວທີ​ປາ​ໄສ 2 ຝ່າຍ, ພາກ​ພື້ນ ​ແລະ ສາກົນ. 2 ຝ່າຍ​ເຫັນ​ດີ​ເປັນ​​ເອກະສັນ​ຈະ​ສືບ​ຕໍ່​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ແລກປ່ຽນຄະນະ​ຜູ້​ແທນ​ຂັ້ນ ຕ່າງໆ, ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ຮ່ວມ​ມື​ລະຫວ່າງ​ບັນດາ​ກຸ່ມ ສສຊ ມິດຕະພາບ​ແລະ ​ແລກປ່ຍນບົດ​ຮຽນ​ລະຫວ່າງ​ອົງການ​ນິຕິບັນຍັດ ​ແລະ ປຊຊ 2 ປະ​ເທດ, ນຳ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ -​ໄທ ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກ່ວາ.

ຂ່າວ/ບົດ​ອື່ນ