ປະທານສະພາແຫ່ງຊາດສາທາລະນະລັດຝະລັ່ງຢ້ຽມຢາມຫວຽດນາມຢ່າງເປັນທາງການ

ປະທານສະພາແຫ່ງຊາດສາທາລະນະລັດຝະລັ່ງຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ Claude Bartolone ປະທານ​ສະພາ​ແຫ່ງ​ຊາດ​ ຝະລັ່ງ
(ພາບ: TTXVN)

(vovworld) -  ວັນ​ທີ 18/03, ທ່ານ Claude Bartolone ປະທານ​ສະພາ​ແຫ່ງ​ຊາດ​ສາທາລະນະ​ລັດ ຝະລັ່ງ ​ໄດ້ມາຮອດຮ່າ​ໂນ້ຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ (​​ແຕ່​ວັນ​ທີ 18 – 21/03/2016) ຕາມ​ຄຳ​ເຊີນ​ຂອ​ງທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ. ການ​ຢ້ຽມຢາມ​ຖືກດຳ​ເນີນ​ກົງ​ກັບ​ໂອກາດ​ທີ່​ສະພາ​ແຫ່ງ​ຊາດ ຝະລັ່ງ ຫາ​ກໍ່​ສຳ​ເລັດ​ເລື່ອງ​ຮັບຮອງ​ເອົາ​ສັນຍາ​ຮ່ວມ​ມື ​ແລະ ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ສະຫະພາບ ​ເອີ​ລົບ (ອີ​ຢູ) ​ເມື່ອ​ວັນ​ທີ 17/03. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ຄະນະ​ປະທານ​ສະພາ​ແຫ່ງ​ຊາດ​ສາທາລະນະ​ລັດ ຝະລັ່ງ ມີ​ບັນດາ​ການ​ເຮັດ​ວຽກ​ກັບ​ການ​ນຳ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ສະພາ​ແຫ່ງ​ຊາດ​ເວົ້າ​ສະ​ເພາະ ​ແລະ ລະຫວ່າງ 2 ປະ​ເທດ ຫວຽດນາມ - ຝະລັ່ງ ​ເວົ້າ​ລວມ.

ຂ່າວ/ບົດ​ອື່ນ