ປະທານສະພາແຫ່ງຊາດສ.ເກົາຫຼີຢ້ຽມຢາມຫວຽດນາມແລະຟີລິບປິນ

ປະທານສະພາແຫ່ງຊາດສ.ເກົາຫຼີຢ້ຽມຢາມຫວຽດນາມແລະຟີລິບປິນ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລະ ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ສ. ເກົາຫຼີ Chung Ui – hwa ໃນ​ການ​ຢ້ຽມ​ຢາມທາງ​ລັດ​ຖະ​ກິດ​ ສ. ເກົາຫຼີ
(ພາບ: Trí Dũng/TTXVN)

(vovworld) – ​​ແຈ້ງ​ການ​ຂອງ​ຄະ​ນະ​ເລ​ຂາ​ສະ​ພາ​ແຫ່ງ​ຊາດ ສ. ເກົາຫຼີ ວັນ​ທີ 13/3 ໃຫ້​ຮູ້​ວ່າ: ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ. ເກົາຫຼີ Chung Ui – hwa ຈະ​ໄປຢ້​ຽມ​ຢາມ ຟີ​ລິບ​ປິນ ແລະ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ໃນ​ອາ​ທິດ​ຈະ​ມາ​ເຖິງ ເພື່ອ​ແນ​ໃສ່​ປັບ​ປຸງ​ການ​ພົວ​ພັນ​ກັບ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ຕາມ​ແຜນ​​ການ, ທ່ານ​ປະ​ທານ Chung Ui – hwa ຈະ​ໄປ​ເຖິງ ຟີ​ລິບ​ປິນ ໃນ​ວັນ​ທີ 15/3, ເຊິ່ງ​ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ການ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດ​ເປັນ​ເວ​ລາ 7 ວັນ. ນະ​ທີ່ນີ້, ທ່ານ Chung ຈະ​ພົບ​ປະ​ກັບ​ການ​ນຳ​ສະ​ພາ​ແຫ່ງ​ຊາດ​ປະ​ເທດ​ເຈົ້າ​ພາບ ແລະ ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເສດ​ຖະ​ກິດ 2 ສົ້ນ, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ ຟີ​ລິບ​ປິນ ຮ່ວມ​ມື ສະ​ກັດ​ກັ້ນ​ສະ​ພາບ​ໃຊ້​ຄວາມ​ຮຸນ​ແຮງ​ແນ​ໃສ່​ພົນ​ລະ​ເມືອງ ສ. ເກົາຫຼີ ຢູ່ ຟີ​ລິບ​ປິນ. ຈາກນັ້ນ, ວັນ​ທີ 17/3, ທ່ານ Chung Ui – hwa ຈະ​ມາ ຫວຽດ​ນາມ ແລະ ເຈ​ລະ​ຈາ​ກັບ​ບັນ​ດາ​ການ​ນຳ​ ຫວຽດ​ນາມ, ໃນ​ນັ້ນ​ມີ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮ​ູ່ງ. ນີ້​ຈະ​ແມ່ນ​ໂອ​ກາດ​ເພີ່ມ​ທະ​ວີ​ຊຸກ​ຍູ້​ບັນ​ດາ​ການ​ພົວ​ພັນ 2 ຝ່າຍ​ເວົ້າ​ລວມ​ໃນ​ສະ​ພາບ​ການ ສ. ເກົາຫຼີ ແລະ ຫວຽດ​ນາມ ໄດ້​ສິ້ນ​ສຸດ​ສັນ​ຍາ​ການ​ຄ້າເສ​ລີ (FTA) ໃນ​ທ້າຍ​ປີກ່​າຍ.


ຂ່າວ/ບົດ​ອື່ນ