ປະທານສະພາແຫ່ງຊາດຫງວຽນຊິງຮູ່ງຕ້ອນຮັບເລຂາທິການໃຫຍ່ພັກກອມມູນິດສ້າງຕັ້ງຄືນໃໝ່ອີຕາລີ

ປະທານສະພາແຫ່ງຊາດຫງວຽນຊິງຮູ່ງຕ້ອນຮັບເລຂາທິການໃຫຍ່ພັກກອມມູນິດສ້າງຕັ້ງຄືນໃໝ່ອີຕາລີ - ảnh 1
ປະທານ​ສະພາ​ແຫ່ງ​ຊາດຫງວຽນ​ຊິງ​ຮູ່ງຕ້ອນຮັບ​ເລຂາທິການ​​ໃຫຍ່​ພັກ​ກອມ​ມູນິດ​ສ້າງ​ຕັ້ງ​ຄືນ​ໃໝ່​ອີ​ຕາ​ລີ

(vovworld) - ທີ່​ການ​ຕ້ອນຮັບ​ທ່ານເລຂາທິການ​​ໃຫຍ່​ພັກ​​ກອມ​ມູນິດສ້າງ​ຕັ້ງ​ຄືນ​ໃໝ່​ ອີ​ຕາ​ລີ Paolo Ferrero ​ໃນ​ວັນ​ທີ 21/3, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ລະຫວ່າງ 2 ພັກ ​ແລະ ປະຊາຊົນ 2 ປະ​ເທດ​ແມ່ນ​ການ​ສືບ​ທອດມູນ​ເຊື້ອ​ອັນ​ຍາວ​ນານ​ຂອງ 2 ຊາດ, ຄວນ​ສືບຕໍ່​ໄດ້​ຮັບ​ການ​ຮັກສາ ​ແລະ ​ເສີ​ມຂະຫຍາຍ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເຊື່ອ​ໝັ້ນ​ວ່າ ພັກ​​ກອມ​ມູນິດສ້າງ​ຕັ້ງ​ຄືນ​ໃໝ່ ​ອີ​ຕາ​ລີ ສືບ​ຕໍ່​ຍົກ​ສູງ​ທີ່​ຕັ້ງ​ບົດບາດ, ນຳ​ປະ​ເທດ ອີ​ຕາ​ລີ ພັດທະນາ, ວັດທະນາ​ຖາວອນ, ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຂະ​ບວນການ​ກອມ​ມູນິດ ​ແລະ ກຳມະກອນ​ໂລກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ປາດ​ຖະໜາ​ວ່າ ພັກ​​ກອມ​ມູນິດສ້າງ​ຕັ້ງ​ຄືນ​ໃໝ່ ​ອີ​ຕາ​ລີ ສະ​ໜັບສະ​ໜູນ ​ແລະ ຕັ້ງ​ໜ້າຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ລະຫວ່າງ​ບັນດາ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ກ່ວາ​ອີກ, ຜ່ານ​ນັ້ນ​ເພີ່ມ​ທະວີ​ຄວາມ​​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ 2 ປະ​ເທດ.

    ສ່ວນ​ທ່ານ​ປະທານ​ພັກ​ກອມ​ມູນິດ​​ສ້າງ​ຕັ້ງ​ຄືນ​ໃໝ່ ອີ​ຕາ​ລີ Paolo Ferrero ຢືນຢັນ​ຕັດສິນ​ໃຈ​ຍູ້​​ແຮງການ​ພົວພັນ​ຮ່ວມ​ມື​ລະຫວ່າງພັກ​​ກອມ​ມູນິດສ້າງ​ຕັ້ງ​ຄືນ​ໃໝ່ ​ອີ​ຕາ​ລີ ​ແລະ ພັກ​ກອມ​ມູນິດ ຫວຽດນາມ ກ່ວາ​ອີກ, ປາດ​ຖາ​ໜາ​ຢາກ​ຮຳ່ຮຽນ​ບັນດາ​ບົດຮຽນ​ພັດທະນາ​ເສດຖະກິດ​ການ​ຕະຫຼາ​ດຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ​ຢູ່ ຫວຽດນາມ.

 

ຂ່າວ/ບົດ​ອື່ນ