ຈອມພົນ Min Aung Hlaing ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ
|
(vovworld) – ຕອນບ່າຍວັນທີ 6/3, ທີ່ການຕ້ອນຮັບຈອມພົນ Min Aung Hlaing, ຜູ້ບັນຊາການບັນດາກຳລັງປະກອບອາວຸດ ມຽນມາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຢັ້ງຢືນວ່າ: ມຽນມາ ຍາມໃດກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ, ໄດ້ຮັບບຸລິມະສິດການພົວພັນແຖວໜ້າໃນນະໂຍບາຍການຕ່າງປະເທດ ຂອງ ຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ການນຳກອງທັບທັງ 2 ປະເທດ ຕັ້ງໜ້າຊີ້ນຳບັນດາອົງການກ່ຽວຂ້ອງ 2 ຝ່າຍຄົ້ນຄ້ວາຍົກອອກບັນດາຮູບແບບ ແລະ ມາດຕະການທີ່ສາມາດເປັນໄປໄດ້ເພື່ອແນໃສ່ຜັນຂະຫຍາຍຮອບດ້ານ, ມີປະສິດທິຜົນ ບັນດາເນື້ອໃນການຮ່ວມມືປ້ອງກັນຊາດ ທີ່ໄດ້ຕົກລົງຄື: ການແລກປ່ຽນຄະນະຜູ້ແທນ, ການຮ່ວມມືບຳລຸງສ້າງ, ເສນາຮັກ, ພາລະທິການ…
ສ່ວນຈອມພົນ Min Aung Hlaing ຢັ້ງຢືນວ່າ: ການພົວພັນດ້ານປ້ອງກັນຊາດ 2 ຝ່າຍແມ່ນສຳຄັນທີ່ສຸດ ແລະ ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດກໍ່ເຊັ່ນດຽວກັນ. ໃນໄລຍະຈະມາເຖິງ, ກອງທັບ 2 ປະເທດກໍ່ຈະມີບັນດາການແລກປ່ຽນ, ຮ່ວມມືຢ່າງແທດຈິງກ່ວາອີກ.