ປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບນາຍົກລັດຖະມົນຕີລາວ
(ທ່ານປະທານສະພາແຫ່ງຊາດຫງວຽນທິກິມເງິນ
ຕ້ອນຮັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ)
(vovworld) - ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໃນຕອນບ່າຍວັນທີ 25/10, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາທີ່ນັບມື້ນັບດີງາມຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ໃນໄລຍະຜ່ານມາ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີລາວ ສືບຕໍ່ເອົາໃຈໃສ່ຊີ້ນຳຊຸກຍູ້ການພົວພັນຮ່ວມມືໃນທຸກຂົງເຂດລະຫວ່າງ 2 ປະເທດ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ການລົງທຶນ, ການຄ້າ.
ສ່ວນທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ກໍ່ສະແດງຄວາມປາດຖະໜາວ່າ, ສະພາແຫ່ງຊາດຫວຽດນາມ ສົມທົບກັບສະພາແຫ່ງຊາດລາວ ໃນວຽກງານສ້າງກົດໝາຍຢ່າງແໜ້ນແຟ້ນ. ທ່ານນາຍົກລັດຖະມົນຕີ ກໍປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ລັດຖະບານ 2 ປະເທດຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ແລະ ບັນດາສັນຍາຮ່ວມມືລະຫວ່າງ 2 ລັດຖະບານຢ່າງມີປະສິດທິຜົນ; ເພີ່ມທະວີສົນທົບກັນຕິດຕາມກວດກາ, ໜູນຊ່ວຍການປັບປຸງກົດໝາຍ ແລະ ນະໂຍບາຍເພື່ອສ້າງເງື່ອນໄຂໃຫ້ແກ່ການຜັນຂະຫຍາຍບັນດາໂຄງການຮ່ວມມືລົງທຶນ, ການຄ້າລະຫວ່າງ 2 ປະເທດ, ປະກອບສ່ວນປະຕິບັດແຜນການຮ່ວມມືລະຫວ່າງ 2 ລັດຖະບານໃນປີ 2016 ຢ່າງມີໄຊ.