ປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດລາວປະຈຳຫວຽດນາມເຂົ້າຢ້ຽມອຳລາ
(ທ່ານ ຫງວຽນຊິງຮຸ່ງ ຕ້ອນຮັບທ່ານເອກອັກຄະລັດຖະທູດ
ລາວ ປະຈຳ ຫວຽດນາມ ສົມພອນ ສີຈະເລີນ)
(vovworld) – ທີ່ການຕ້ອນຮັບໃນຕອນບ່າຍວັນທີ 23/9, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ ໄດ້ຊົມເຊີຍທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ສົມພອນ ສີຈະເລີນ ສຳເລັດອາຍຸການປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ ແລະ ຕີລາຄາສູງບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດຢ່າງຕັ້ງໜ້າ ໃນການປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ຊົມເຊີຍ ທ່ານເອກອັກຄະລັດຖະທູດ ສົມພອນ ສີຈະເລີນ ທີ່ໄດ້ຮັບການໄວ້ວາງໃຈຈາກພັກປະຊາຊົນປະຕິວັດ ລາວ ມອບໝາຍໜ້າທີ່ເປັນຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກເມື່ອກັບຄືນປະເທດ, ທ່ານປະທານສະພາແຫ່ງຊາດ ເຊື່ອໝັ້ນວ່າ: ດ້ວຍບົດຮຽນທີ່ອຸດົມສົມບູນຂອງຕົນທ່ານເອກອັກຄະລັດຖະທູດ ສົມພອນ ສີຈະເລີນ ຈະສຳເລັດໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີ; ສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈສາມັກຄີອ້າຍນ້ອງ ຫວຽດນາມ - ລາວ. ທ່ານເອກອັກຄະລັດຖະທູດ ສົມພອນ ສີຈະເລີນ ຂອບອົກຂອບໃຈການສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງສຸດໃຈສຸດໃຈຂອງລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນ ຫວຽດນາມ ໃນຕະຫລອດໄລຍະປະຕິບັດໜ້າທີ່ການທູດ, ທ່ານເອກອັກຄະລັດຖະທູດ ສົມພອນ ສີຈະເລີນ ຢືນຢັນຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອເພີ່ມພູນຄູນສ້າງສາຍພົວພັນພິເສດ ຫວຽດນາມ - ລາວ, ສືບຕໍ່ສຶກສາໃຫ້ລຸ່ນໜຸ່ມຮັກສາ ແລະ ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອອັນດີງາມນີ້.