ປະທານສະພາແຫ່ງຊາດ Nguyen Sinh Hung ພົບປະຄະນະຜູ້ແທນເຍົາວະຊົນທຸກຍາກທີ່ດີເດັ່ນ ທົ່ວປະເທດ
(ພາບ: ອີນເຕີເນັດ)
(vovworld) - ຕອນບ່າຍວັນທີ 7/7, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ໄດ້ໃຫ້ການຕ້ອນຮັບ, ມອບຂອງຂວັນໃຫ້ພວກຫຼານ, ທີ່ຕາງໜ້າໃຫ້ແກ່ເຍົາວະຊົນທຸກຍາກທີ່ດີເດັ່ນເຂົ້າຮ່ວມຂອງງານມະໂຫລານເຍົາວະຊົນທຸກຍາກທີ່ດີເດັ່ນຄັ້ງທີ 2 ປີ 2012 ເກືອບ 300 ນ້ອງ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ຢືນຢັນວ່າ: ຍາມໃດ ພັກ, ລັດກໍເອົາໃຈໃສ່ເປັນພິເສດເຖິງຊາວໜຸ່ມ, ເຍົາວະຊົນ, ພິເສດແມ່ນເຍົາວະຊົນປະສົມກັບຄວາມຫຍຸ້ງຍາກ. ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ໃຫ້ຮູ້ວ່າ: ສະພາແຫ່ງຊາດ ແມ່ນບ່ອນສ້າງ, ຕິດຕາມກວດກາເລື່ອງປະຕິບັດບັນດາກົດໝາຍຂອງປະເທດ, ໃນນັ້ນມີກົດໝາຍເພື່ອປົກປັກຮັກສາສິດ ແລະ ຜົນປະໂຫຍດຂອງເດັກນ້ອຍ, ຮັບປະກັນໃຫ້ເຍົາວະຊົນໃນທົ່ວປະເທດໄດ້ຮຳ່ຮຽນ, ລະຫຼີ້ນ, ສຸ້ຊົນກາຍເປັນຄົນດີ, ແມ່ນພົນລະເມືອງທີ່ມີຜົນປະໂຫຍດ, ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ນັບມື້ນັບສວຍສົດງົດງາມ ຄືດັ່ງຄວາມມຸ້ງຫວັງຂອງລຸງໂຮ່ ທີ່ແສນເຄົາລົບຮັກ. ທ່ານປະທານສະພາແຫ່ງຊາດ ຫວັງວ່າ: ໂດຍແມ່ນລຸ້ນຄົນທີ່ໄດ້ຮັບການກຳເນີດ ແລະ ເຕີບໃຫຍ່ໃນໄລຍະສັນຕິພາບ, ເຍົາວະຊົນແຕ່ລະຄົນຕ້ອງສຸ້ຊົນແຂ່ງຂັນກ່ວາອີກ, ມານະພະຍາຍາມກ່ວາອີກໃນການຮຳ່ຮຽນ, ອອກແຮງງານ, ຫຼໍ່ຫຼອມຄຸນສົມບັດຢ່າງບໍ່ຢຸດຢັ້ງ, ສົມກັບລຸ້ນພໍ່ລຸ້ນອ້າຍ, ເປັນເຈົ້າອະນາຄົດ, ຊາຕະກຳຂອງປະເທດຊາດ ຖືກກັບຄວາມຫວັງຂອງປະທານ ໂຮ່ຈີມິນ ທີ່ແສນຄົບລົບຮັກ.