ປະທານສະພາແຫ່ງຊາດ ລົງອວຍພອນປີໃໝ່ ລັດຖະກອນຫ້ອງວ່າ ການສະພາແຫ່ງຊາດ.
(ພາບ: vov)
(vovworld)- ຕອນເຊົ້າວັນທີ 27/1, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ລົງພົບປະ ແລະ ອວຍພອນປີໃໝ່ບັນດາພະນັກງານ, ລັດຖະກອນ, ພາລະກອນສັງກົດຫ້ອງວ່າການສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນສຳຄັນຂອງ ພະນັກງານ, ລັດຖະກອນ, ພາລະກອນຫ້ອງວ່າການສະພາແຫ່ງຊາດ ເຂົ້າໃນຜົນສຳເລັດລວມຂອງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດໃນປີຜ່ານມາ. ການເຄື່ອນໄຫວຂອງສະພາແຫ່ງຊາດນັບມື້ນັບມີການປ່ຽນໃໝ່ຫຼາຍຢ່າງ, ມີຄຸນນະພາບ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງຕາມທິດໃກ້ຊິດຕິດແທດກັບ ແຊຊ, ສ້າງຄວາມໄວ້ເນື້ອເຊື່ອໃຈໃນໝູ່ ປຊຊ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ, ປີ 2014, ຫ້ອງວ່າການສະພາແຫ່ງຊາດ ຕ້ອງລົງເລິກບັນດາການເຄື່ອນໄຫວຂອງ ສະພາແຫ່ງຊາດ, ບັນດາອົງການສະພາແຫ່ງຊາດ, ໂດຍສະເພາະແມ່ນວຽກງານສ້າງກົດໝາຍ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ເຊື່ອໝັ້ນວ່າ, ດ້ວຍນ້ຳໃຈສາມັກຄີ, ການສະໜິດຕິດພັນນັ້ນ, ໝູ່ຄະນະພະນັກງານ, ລັດຖະກອນ, ພາລະກອນຫ້ອງວ່າການສະພາແຫ່ງຊາດຈະປະຕິບັດສຳເລັດໜ້າທີ່, ພ້ອມກັບທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນປະຕິບັດລັດຖະທຳມະນູນໃໝ່ ແລະ ບັນດາກົດໝາຍຊື່ງໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດຢ່າງມີໄຊ./.