ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢ້ຽມຢາມ ໂປໂລຍຢ່າງເປັນທາງການ

ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢ້ຽມຢາມ ໂປໂລຍຢ່າງເປັນທາງການ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້​ວາງ​ພວງມາລາ​ອາ​ໄລ​ຫາ​ບັນດາ​ສະ​ມາ​ຊິກ​ສາ​ພະ​ແຫ່ງ​ຊາດ​ໂປ​ໂລ​ຍ ທີ່​ໄດ້​ເສຍສະຫຼະ​ຊີວິດ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ 2

(vovworld) - ​ໂດ​ຍສືບ​ຕໍ່​ການ​ຢ້ຽມຢາມ 3 ປະ​ເທດ ​ເອີ​ລົບ, ຕອນ​ບ່າຍ​ວັນ​ທີ 14/3, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ ​ໄປ​ຮອດ​ນະຄອນຫຼວງ Warszawa, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ​ໂປ​ໂລ​ຍ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາງ Ewa Kopacz, ປະທານ​ສະພາ​ຕຳ່ ​ໂປ​ໂລ​ຍ. ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ແລະ ທ່ານ​ນາງ ປະທານ​ສະພາ​ຕຳ່ ​ໂປ​ໂລ​ຍ Ewa Kopacz​ ​ໄດ້​ມີ​ການເຈລະຈາ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ​ຂອງ​ຄະນະ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ, ​ໃນ​ນັ້ນ​ມີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ອົງການ​ນິຕິບັນຍັດ, ປະກອບສ່ວນ​ເປີດ​ບັນດາ​ແງ່​ຫວັງ​ຮ່ວມ​ມື​ໃໝ່​ໃນ​ການ​ພົວພັນ 2 ຝ່າຍ​ລະຫວ່າງ ຫວຽດນາມ ກັບ ​ໂປ​ໂລ​ຍ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​ໃຫ້ 2 ຝ່າຍ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ພົວພັນ​​ແລກ​ປ່ຽນ​ບົດຮຽນ ​ແລະ ບຳລຸງ​ສ້າງ​ນັກ​ຊ່ຽວຊານ​ໃນ​ທຸກໆ​ຂົງ​ເຂດ​, ກໍ່​ຄື​ສ້າງ​ຕັ້ງ​ການ​ພົວພັນ​ໂດຍ​ກົງ​ລະຫວ່າງ ​ວິ​ສາ​ຫະກິດ ​ແລະ ທ້ອງ​ຖິ່ນຕ່າງໆຂອງ 2 ປະ​ເທ​ດ. ​ເມື່ອ​ເຕື້ອງ​​ເຖິງ​ການ​ພົວພັນ​ລະຫວ່າງ 2 ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຫວັງ​ວ່າ ສະພາ​ແຫ່ງ​ຊາດ 2 ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ຄະນະ​ຜູ້​ແທນທຸກ​ຂັ້ນ​ລະຫວ່າງ​ບັນດາ​ອົງການ​ວິຊາ​ສະ​ເພາະ​ຂອງ​ສະພາ​ແຫ່ງ​ຊາດ ​ໂດຍ​ສະ​ເພາະ​ແມ່ນ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ, ​ເພີ່​ມທະວີ​ການ​ຮ່ວມ​ມື​ຢູ່​ບັນດາ​ເວທີ​ປາ​ໄສ​ລັດຖະສະພາ​ຫຼາຍ​ຝ່າຍ ຄື ສະຫະພັນ​ລັດຖະສະພາ​ໂລກ (ຫຼື IPU).

        ທ່ານ​ນາງ Ewa Kopacz, ປະທານ​ສະພາ​ຕຳ່ ​ໂປ​ໂລ​ຍ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​​ກັບ​ບັນ​ດາ​ຂໍ້​ສະ​ເໜີ​ຂອງ​ທ່ານປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ​ ​ໃນ​ການ​ສືບ​ຕໍ່​ຊຸກຍູ້​ບັນດາ​ລາຍກາ​ນ, ​ໂຄງການ​ຮ່ວມ​ມື​ລະຫວ່າງ ລັດຖະບານ 2 ປະ​ເທດ. ພາຍຫຼັງ​ການ​ເຈລະຈາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້​ວາງ​ພວງມາລາ​ອາ​ໄລ​ຫາ​ບັນດາ​ສະ​ມາ​ຊິກ​ສາ​ພະ​ແຫ່ງ​ຊາດ​ໂປ​ໂລ​ຍ ທີ່​ໄດ້​ເສຍສະຫຼະ​ຊີວິດ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ 2 ​ແລະ ​ໃນ​ອຸປະຕິ​ເຫດ​ເຮືອບິນ ຢູ່ Smolensk, ​ໃນ​ບໍລິ​ເວນ​ສຳນັກງານ​ສະພາ​ຕຳ່ ​ໂປ​ໂລ​ຍ.

        ກ່ອນ​ທີ່​ເດີນທາງ​ອອກ​ຈາກ​ນະຄອນຫຼວງ Berlin, ​ໄປ​ຢ້ຽມຢາມ ​ໂປ​ໂລ​ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​​ໄດ້ເຈລະຈາ​ກັບ​ທ່ານປະທານ ​ແລະ ສະພາ​ສະຫະພັນ ​ເຢຍລະ​ມັນ Vin Phrit Ksetsman. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຢັ້ງຢືນ​ວ່າ: ຫວຽດນາມ ຖື​ການ​ເພີ່ມ​ທະວີ ​ແລະ ​ໃຫ້ບຸລິມະສິດ​​ແກ່​ການພັດທະນາ​ການ​ພົວພັນ​ຮ່ວມ​ມື​ກັບ ສາທາລະນະ​ລັດ​ສະຫະພັນ ​ເຢຍລະ​ມັນ ​ເປັນ​ສຳຄັນ, ພ້ອມ​ແລ້ວ​ທີ່​ຈະ​ເປັນຂົວ​ເຊື່ອມ​ຕໍ່​ເພື່ອ​ໃຫ້​ສະຫະພາບ ​ເອີ​ລົບ ​ແລະ ​ເຢຍລະ​ມັນ ​ເພີ່ມ​ທະວີ​ການ​ພົວພັນ​ກັບ ອາ​ຊຽນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ  ສະ​ເໜີ​ໃຫ້​ສະພາ​ສະຫະພັນ ​ເຢຍລະ​ມັນ ຊຸກຍູ້​ລັດຖະບານ ​ເຢຍລະ​ມັນ ສະໜັບສະໜູນ​ສະຫະພາບ ​ເອີ​ລົບ ຮັບ​ຮູ້​ກົດ​ລະບຽບ​ເສດຖະກິດ​ການ​ຕະຫຼາດ​ຄົບ​ຖ້ວນ​ຂອງ ຫວຽດນາມ, ຊຸກຍູ້​ສະຫະພາບ ​ເອີ​ລົບ ​ໃຫ້​ສັດຕະຍາບັນ​ສັນຍາ​ຮ່ວມ​ມື ​ແລະ ຄູ່​ຮ່ວມ​ມື ​ໂດຍ​ໄວ, ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ເຈ​ລະ​ຈາ​ສັນຍາ​ການ​ຄ້າ ​ເສລີ ຫວຽດນາມ - ອີ​ຢູ.

 

ຂ່າວ/ບົດ​ອື່ນ