(vovworld) - ວັນທີ 24/8, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ພ້ອມກັບຄະນະຜູ້ແທນຄະນະປະຈຳສະພາແຫ່ງຊາດໄດ້ມີການເຮັດວຽກກັບໝູ່ຄະນະການນຳທີ່ຫຼັກແຫຼ່ງຂອງນະຄອນ ໂຮ່ຈີມິນ. ທີ່ການເຮັດວຽກ, ຕ່າງໜ້າຄະນະປະຈຳສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ໄດ້ຮັບຮູ້ ແລະ ຕີລາຄາສູງຄວາມຕັດສິນໃຈດ້ານການເມືອງຂອງນະຄອນໃນການພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດມະຕິ 11 ຂອງພັກ, ມະຕິຂອງສະພາແຫ່ງຊາດ ແລະ ມະຕິຂອງອົງຄະນະພັກນະຄອນສຳເລັດຜົນ. ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ທາງນະຄອນເສີມຂະຫຍາຍມູນເຊື້ອວິລະຊົນ, ທ່າແຮງ, ຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ ແລະ ທີ່ຕັ້ງນຳໜ້າໃນທົ່ວປະເທດເພື່ອແກ້ໄຂສິ່ງທີ່ຍັງຄົງຄ້າງ, ຄວາມຫຍຸ້ງຍາກ, ພິເສດແມ່ນພື້ນຖານໂຄງລ່າງ, ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ສູ້ຊົນກໍ່ສ້າງນະຄອນໃຫ້ກາຍເປັນນະຄອນສີວິໄລ, ທັນສະໄໝ ພັດທະນາຖາວອນ: ນຳໜ້າໃນການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ. ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ, ເພື່ອປະຕິບັດສຳເລັດແຜນການປີ 2012, ແຜນການ 5 ປີ 2015-2020, ທາງນະຄອນຄວນມານະພະຍາຍາມກວ່າອີກໃນການແກ້ໄຂຄວາມຫຍຸ້ງຍາກໃນການຜະລິດ ດຳເນີນທຸລະກິດຂອງວິສາຫະກິດ, ຖືວ່ານີ້ແມ່ນໜ້າທີ່ຈຸດສຸມ; ແກ້ໄຂໜີ້ເສຍ; ມີມາດຕະການຮັກສາລາຄາເປັນປົກກະຕິ ໄປຄຽງຄູ່ກັບການກະຕຸກຊຸກຍູ້ຕະຫຼາດ; ສ້າງພື້ນຖານພັດທະນາຕະຫຼາດການເງິນ, ເງິນຕາ.