ປະທານາທິບໍດີຄົນໃໝ່ Vladimir Putin ແຕ່ງຕັ້ງນາຍົກລັດຖະມົນຕີຊົ່ວຄາວ
ທ່ານ Dmitry Medvedev ແລະ ທ່ານ Vladimir Putin
(ພາບ: ອີນເຕີເນັດ)
(vovworld) – ວັນທີ 7/5, Duma ແຫ່ງຊາດລັດເຊຍ (ຫຼືສະພາຕ່ຳລັດເຊຍ) ໄດ້ຈັດກອງປະຊຸມວິສາມັນເພື່ອພິຈາລະນາເລື່ອງທ່ານ Dmitry Medvedev ຮັກສາຕຳແໜ່ງເປັນນາຍົກລັດຖະມົນຕີຕາມຄຳສະເໜີຂອງທ່ານປະທານາທິຄົນໃໝ່ລັດເຊຍ Vladimir Putin. ຕາມລັດຖະທຳມະນູນລັດເຊຍແລ້ວ, Duma ແຫ່ງຊາດລັດເຊຍ ມີເວລາ 1 ອາທິດເພື່ອພິຈາລະນາຮັບຮອງເອົາຄຳສະເໜີນີ້. ເພື່ອກາຍເປັນນາຍົກລັດຖະມົນຕີຢ່າງເປັນທາງການ, ທ່ານ Medvedev ຕ້ອງໄດ້ຮັບການສະໜັບສະໜູນຢ່າງໜ້ອຍສຸດແມ່ນຂອງສະມາຊິກສະພາແຫ່ງຊາດ 226 ທ່ານ ໃນຈຳນວນ 450 ທ່ານ. ປະຈຸບັນ, ການນຳຂອງພັກຝ່າຍຈຳນວນໜຶ່ງໃນ Duma ແຫ່ງຊາດ ຄື: ພັກປະເທດລັດເຊຍເອກະພາບ ດ້ວຍ 238 ທີ່ນັ່ງ ແລະ ພັກປະຊາທິປະໄຕ - ເສລີພາບ ດ້ວຍ 56 ທີ່ນັ່ງ ໄດ້ປະກາດສະໜັບສະໜູນທ່ານ Medvedev. ກ່ອນໜ້ານັ້ນ, ວັນທີ 7/5, ພາຍຫຼັງທີ່ທ່ານ Putin ສະບານຕົວຮັບຕຳແໜ່ງ, ສະມາຊິກລັດຖະບານລັດເຊຍທັງໝົດໄດ້ລາອອກຈາກຕຳແໜ່ງ, ພ້ອມກັນນັ້ນ, ທ່ານປະທານາທິບໍດີ ຄົນໃໝ່ Putin ໄດ້ບົ່ງຕົວທ່ານຮອງນາຍົກລັດຖະມົນຕີຜູ້ທີ່ໜຶ່ງ Viktor Zubkov ເປັນຜູ້ວ່າການແທນນາຍົກລັດຖະມົນຕີ.