ປະທານາທິບໍດີຜູ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີອາເມລິກາ Donald Trump ສະເໜີຜູ້ຕາງໜ້າການຄ້າອາເມລິກາ
ປະທານາທິບໍດີຜູ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີອາເມລິກາ Donald Trump
(ພາບປະກອບ: AP)
(vovworld) - ວັນທີ 03/01, ທ່ານປະທານາທິບໍດີຜູ້ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີອາເມລິກາ Donald Trump ໄດ້ສະເໜີທ່ານທະນາຍຄວາມ Robert Lighthizer ຮັບດຳລົງຕຳແໜ່ງເປັນຜູ້ຕາງໜ້າການຄ້າອາເມລິກາ ດ້ວຍຄວາມຫວັງວ່າ ຈະຊ່ວຍນຳມາໃຫ້ບັນດາຂໍ້ຕົກລົງທີ່ສະດວກກວ່າໃຫ້ພື້ນຖານເສດຖະກິດອາເມລິກາ, ເພື່ອແນໃສ່ຫຼຸດຜ່ອນການຂາດດຸ່ນດ້ານການຄ້າ. ໃນຖະແຫຼງການສະບັບໜຶ່ງ, ມະຫາເສດຖີ Trump ຕີລາຄາວ່າ, ຖ້າຫາກກາຍເປັນຫົວໜ້າຫ້ອງການຜູ້ຕາງໜ້າການຄ້າອາເມລິກາ, ທ່ານ Lighthizer ຈະຊ່ວຍອາເມລິກາ ມີບັນດາຂໍ້ຕົກລົງດ້ານການຄ້າດີກວ່າ, ໃນນັ້ນຖືກຜູ້ອອກແຮງງານອາເມລິກາ ເປັນສຳຄັນອັນດັບໜຶ່ງ. ດ້ວຍເລື່ອງສະເໜີດັ່ງກ່າວ, ທະນາຍຄວາມ Lighthizer ຈະມີບົດບາດສຳຄັນໃນແຜນດຳເນີນງານດ້ານການຄ້າຂອງອຳນາດການປົກຄອງຂອງທ່ານ Trump ພາຍຫຼັງການສາສາບານຕົວຮັບດຳລົງຕຳແໜ່ງໃນວັນທີ 20/01 ຈະມາເຖິງ.