ປະທານາທິບໍດີລັດເຊຍ ຕຳນິຕິຕຽນເລື່ອງສະໜອງອາວຸດໃຫ້ແກ່ຝ່າຍຄ້ານຊີຣີ

ປະທານາທິບໍດີລັດເຊຍ ຕຳນິຕິຕຽນເລື່ອງສະໜອງອາວຸດໃຫ້ແກ່ຝ່າຍຄ້ານຊີຣີ - ảnh 1
(ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin)

(vovworld) - ວັນ​ທີ 21/06, ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin, ​ໄດ້​ອອກ​ສຽງ​ປົກ​ປ້ອງ​ບັນດາ​ສັນຍາ​ຕົກລົງ​ດ້ານ​ອາວຸດ​ຂອງ​ລັດ​ເຊຍ ກັບ​ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ປະທານາທິບໍດີ​ຊີຣີ Bashar al Assad ພ້ອມ​ທັງ​ຕຳ​ນິຕິ​ຕຽນ​ເລື່ອງ​ຝ່າຍ​ຕາ​ເວັນ​ຕົກ​ສະໜອງ​ອາວຸດ​ໃຫ້​ແກ່​ກຳລັງ​ຝ່າຍ​ຄ້ານ​ຊີຣີ ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້, ​ໃນ​ນັ້ນ​ມີ​ທັງ​ບັນດາ​ກຸ່ມ​ກໍ​ການ​ຮ້າຍ. ຄຳ​ເຫັນ​ດັ່ງກ່າວ​ຖືກ​ຍົກ​ອອກ​ມາ​ພາຍ​ຫຼັງ​ທີ່​ກຸ່ມ​ຝ່າຍ​ຄ້ານ​ກອງ​ທັບ​ຊີຣີ ​ເສລີ (FSA) ຍ້ອມຮັບ​​ໃນ​ມໍ່ໆ​ມາ​ນີ້ວ່າ ​ໄດ້​ຮັບ​ບັນດາອາວຸດ​ໃໝ່ ສາມາດ​ປ່ຽນ​ແປງ​ການ​ຕໍ່ສູ້​ຕ້ານ​ອຳນາດ​ການ​ປົກ​ຄອງ​ປະຈຸ​ບັນ​ຢູ່​ຊີຣີ. ກຸ່ມ​ປະກອບ​ອາວຸດ​ນີ້ ກໍ​ແຈ້ງ​ຂ່າວ​ວ່າ ຄາດ​ວ່າການ​ຂົນສົ່ງອາວຸດຄັ້ງຕໍ່​ໄປ​ຈະປະຕິບັດໃນ 2 – 3 ມື້​ຈະ​ມາ​ເຖິງ.

        ​ໃນ​ເຫດການ​ອື່ນ, ຄະນະ​ສືບສວນ​ສິດທິ​ມະນຸດ​ຂອງ​ສະຫະ​ປະຊາ​ຊາດ​ຢູ່​ຊີຣີ ​ໃຫ້​ຮູ້​ວ່າ ຍັງ​ບໍ່​ທັນ​ສະຫຼຸບ​ວ່າ ຝ່າຍ​ໃດ​ນຳ​ໃຊ້​ອາວຸດ​ເຄມີ ​ໃນ​ສົງຄາ​ມຢູ່​ຊີຣີ. ທ່ານ Paulo Pinheiro, ປະທານ​ຄະນະ​ກຳມະການ​ສືບສວນ​ຂອງ​ສະຫະ​ປະຊາ​ຊາດ ​ໃຫ້​ຮູ້​ວ່າ ຈະ​ບໍ່​ວິຈານ​ກ່ຽວ​ກັບ​ເລື່ອງ​ອາ​ເມ​ລິ​ກາ, ຝລັ່ງ, ອັງກິດ ຍົກ​ອອກ​ຫຼັກ​ຖານ​ຢືນຢັນ​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ​ຊີຣີ Bashar al Assad ​ໄດ້​ນຳ​ໃຊ້​ອາວຸດ​ເຄມີ​ໃນ​ບັນດາການປະ​ທະ​ກັນກັບ​ຝ່າຍ​ຄ້ານ.

ຂ່າວ/ບົດ​ອື່ນ