ປະທານາທິບໍດີລັດເຊຍ ຮຽກຮ້ອງບັນດານັກລົງທຶນ ເຂົ້າມາລົງທຶນຢູ່ ລັດເຊຍ

ປະທານາທິບໍດີລັດເຊຍ ຮຽກຮ້ອງບັນດານັກລົງທຶນ ເຂົ້າມາລົງທຶນຢູ່ ລັດເຊຍ - ảnh 1
​ເວທີ​ປາ​ໄສ​ການ​ລົງທຶນ “ ປະ​ເທດ​ລັດ​ເຊຍ​ຮຽກຮ້ອງ​ການ​ລົງທຶນ ”
(ພາບ :internet)


Vovworld- ​ໃນ​ບົດ​ກ່າວ​ປາ​ໄສ​ຢູ່​ທີ່​ເວທີ​ປາ​ໄສ​ການ​ລົງທຶນ “ ປະ​ເທດ​ລັດ​ເຊຍ​ຮຽກຮ້ອງ​ການ​ລົງທຶນ ” , ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ໄດ້​ຮຽກຮ້ອງ​ບັນດາ​ນັກ​ລົງທຶນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຈົ່ງ​ເພີ່ມ​ທະວີ​ກາ​ນ ລົງທຶນ​ເຂົ້າປະ​ເທດ​ນີ້. ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ຖະ​ແຫຼ​ງວ່າ ປະ​ເທດ​ລັດ​ເຊຍ​ເປີດ​ປະຕູ​ຕ້ອນຮັບ​ ບັນດາ​ນັກ​ລົງທຶນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ມາ​ລົງທຶນ​ໃນ​ບັນດາ​ຂະ​ແໜງ​ອຸດສາຫະກຳ, ກະ​ສີ​ກຳ ​ແລະ ການ​ບໍລິການ. ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ສະ​ແດງ​ຄວາມ​ປາດ​ຖະ​ໜາວ່າ ນອກຈາກ​ເງິນ​ລົງທຶນ, ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ຈະ​ນຳ​ເອົາ​ເຕັກ​ໂນ​ໂລ​ຢີທີ່​ກ້າວໜ້າ ພ້ອມ​ກັບ​ບົດຮຽນ​ການ​ຄຸ້ມ​ຄອງ​ທີ່​ທັນ​ສະ​ໄໝ ​ແລະ ຮູບ​ແບບ​ຈັດ​ຕັ້ງການ​ຜະລິດ​ທີ່​ດີ​ທີ່​ສຸດ ມາສູ່ປະ​ເທດລັດ​ເຊຍ.

     ເວທີ​ປາ​ໄສ​ການ​ລົງທຶນ “ ປະ​ເທດ​ລັດ​ເຊຍ​ຮຽກຮ້ອງ​ການ​ລົງທຶນ ” ຈະ​ແກ່ຍາວ​ຈົນ​ຮອດ​ວັນ​ທີ 04/10 ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ແທນ 1.500 ກ່ວາ​ທ່ານ, ​ໃນ​ນັ້ນ​ມີ​ນັກ​ລົງທຶນ 500 ຄົນຂອງ ລັດ​ເຊຍ, ອາ​ເມ​ລິ​ກາ, ບັນດາ​ປະ​ເທດ​ເອີ​ລົບ, ຕາ​ເວັນ​ອອກ​ກາງ​​ ​ແລະ ອາ​ຟະ​ລິ​ກາ .

ຂ່າວ/ບົດ​ອື່ນ