(vovworld) – ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ແລະ ພັນລະຍາ, ທ່ານປະທານາທິບໍດີ ສ ນາມີບີ Hifikepunye Pohamba ແລະ ພັນລະຍາມາຢ້ຽມຢາມທາງລັດຖະກິດຫວຽດນາມ ແຕ່ວັນທີ 18 – 20/11/2013.
ຫວຽດນາມ ແລະ ສ ນາມີບີ ສ້າງຕັ້ງສາຍພົວພັນທາງການທູດນັບແຕ່ວັນທີ 21/3/1990, ດ້ວຍການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມນັບແຕ່ຊຸມປີ 70. ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ສ ນາມີບີ Hifikepunye Pohamba ເພື່ອແນໃສ່ຢືນຢັນຢາກຄວາມປາດຖະໜາຊຸກຍູ້ການຮ່ວມມື 2 ຝ່າຍ, ແລກປ່ຽນບັນດາມາດຕະການເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆຄື: ການລົງທຶນ, ການຄ້າ, ກະສິກຳ - ປ່າໄມ້, ສິນໃນນ້ຳ, ການສຶກສາ, ການບິນ, ພ້ອມທັງແລກປ່ຽນບາງບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ເຊັນເອກະສານຮ່ວມມືບາງສະບັບອີກ.