ປະທານາທິບໍດີອິນເດຍຢ້ຽມຢາມຫວຽດນາມທາງລັດຖະກິດ

ປະທານາທິບໍດີອິນເດຍຢ້ຽມຢາມຫວຽດນາມທາງລັດຖະກິດ - ảnh 1
ທ່ານ​ປະທານາທິບໍດີ ອິນ​ເດຍ Pranad Mukherjee
(ພາບ: AFP/Vietnam+)

(vovworld) – ວັນ​ທີ 14/9, ທ່ານ​ປະທານາທິບໍດີ ອິນ​ເດຍ Pranad Mukherjee ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງລັດ ອິນ​ເດຍ ​​ໄດ້​ມາຮອດ​ນະຄອນຫຼວງ ຮ່າ​ໂນ້ຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ຫວຽດນາມ ​ແຕ່​ວັນ​ທີ 14 – 17/9, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ.

    ຮ່ວມ​ເດີນທາງ​ກັບ​ທ່ານ​ປະທາ​ນາ​ທິບໍດີ Pranad Mukherjee ​ໃນ​ຄັ້ງ​ນີ້ ມີ​ທ່ານ Dharmendra Pradhan, ລັດຖະມົນຕີ​ກະຊວງ​ນ້ຳມັນ​ອາຍ​ແກ​ດ, ​ພ້ອມ​ກັບ​ບັນດາສະມາ​ຊິກ​ສະພາ​ແຫ່ງ​ຊາດ, ທ່ານ​ເລຂາ​ປະທານາທິບໍດີ Omita Paul, ທ່ານຮອງລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ເດຍ Anil Wadhwa ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ອິນ​ເດຍ Preeti Sanran.

    ທ່ານ​ປະທານາທິບໍດີ Pranad Mukherjee ​ເຄີຍ​ດຳລົງ​ຕຳ​ແໜ່​ງລັດຖະມົນຕີ​ກະຊວງ​ຄັງ​ເງິນ ​ແລະ ທະນາຄານ, ລັດຖະມົນຕີ​ການ​ຄ້າ, ລັດຖະມົນຕີ​ເຫຼັກ​ກ້າ ​ແລະ ບໍ່​ແຮ່, ລັດຖະມົນຕີ​ກາ​ນ​ເງິນ, ລັດຖະມົນຕີ​ການ​ຕ່າງປະ​ເທດ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ​ແມ່ນ​ຜູ້ນຳ​ທີ່​ສະພາ​ສູງ, ສະພາ​ຕຳ່.

 

 



 


ຂ່າວ/ບົດ​ອື່ນ