ປະທານາທິບໍດີອິນໂດເນເຊຍຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືອັນດີງາມກັບຫວຽດນາມ
ທ່ານເອກອັກຄະລັດຖະທູດ ປະເທດ ສສ ຫວຽດນາມ
ປະຈຳ ສາທາລະນະລັດ ອິນໂດເນເຊຍ ຮວ່າງແອງຕ໋ວນ ຍື່ນສານຕາຕັ້ງ
(ພາບ: Vietnam+)
(vovworld) – ວັນທີ 13/11, ທ່ານເອກອັກຄະລັດຖະທູດ ປະເທດ ສສ ຫວຽດນາມ ປະຈຳ ສາທາລະນະລັດ ອິນໂດເນເຊຍ ຮວ່າງແອງຕ໋ວນ ຍື່ນສານຕາຕັ້ງຂອງປະທານປະເທດຫວຽດນາມ ເຈືອງເຕິ້ນຊາງ ຕໍ່ ປະທານາທິບໍດີ Joko Widodo. ກ່າວຄຳເຫັນທີ່ການຕ້ອນຮັບ ທ່ານເອກອັກຄະລັດຖະທູດຫວຽດນາມ, ທ່ານປະທານາທິບໍດີ Joko Widodo ສະແດງຄວາມປິຕິຊົມຊື່ນຕໍ່ບັນດາການ
ພັດທະນາຢ່າງຕັ້ງໜ້າຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືອັນດີງາມ ລະຫວ່າງ ອິນໂດເນເຊຍກັບຫວຽດນາມ ແລະ ຕີລາຄາສູງບັນດາຜົນງານຂອງຫວຽດນາມໃນການພັດທະນາເສດຖະກິດ, ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ. ທ່ານປະທານາທິບໍດີ Joko Widodo ເຊື່ອໝັ້ນວ່າ ສອງປະເທດຈະສືບຕໍ່ເພີ່ມທະວີການຮ່ວມມື ໃນບັນດາຂົງເຂດການເມືອງ, ເສດຖະກິດ, ວັດທະນາທຳ-ສັງຄົມ ມຸ່ງໄປສູ່ຈຸດໝາຍລວມ ແມ່ນຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ປະກອບສ່ວນເຂົ້າໃນການພັດທະນາຂອງປະຊາຄົມອາຊຽນ.
ສ່ວນທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສາທາລະນະລັດ ອິນໂດເນເຊຍ ຮວ່າງແອງຕ໋ວນ ກໍ່ໃຫ້ຄຳໝັ້ນສັນຍາວ່າ: ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ລັດຖະບານ ແລະ ປະຊາຊົນສອງປະເທດ ຫວຽດນາມ-ອິນໂດເນເຊຍ ກວ່າອີກ. ພ້ອມກັນນັ້ນ, ສືບຕໍ່ຊຸກຍູ້ໂຄງການດຳເນີນງານ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງສອງປະເທດ ໄລຍະປີ 2014-2018, ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ກໍ່ຄືເພີ່ມທະວີການຮ່ວມມືດ້ານການສຶກສາ, ບຳລຸງສ້າງ, ວັດທະນາທຳລະຫວ່າງສອງຊາດ.