ປະທານາທິບໍດີເມຊີໂກຄິດໄລ່ຊັ່ງຊາຄວາມສາມາດຍົກເລີກການຢ້ຽມຢາມອາເມລິກາ

ປະທານາທິບໍດີເມຊີໂກຄິດໄລ່ຊັ່ງຊາຄວາມສາມາດຍົກເລີກການຢ້ຽມຢາມອາເມລິກາ - ảnh 1
ທ່ານ​ປະ​ທານ​ນາ​ທິ​ບໍ​ດີ Pena Nieto
(ພາບປະ​ກອບ: AFP/TTXVN)

(vovworld) - ​ຕໍ່​ໜ້າ​ເລື່ອ​ງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ຄົນ​ໃໝ່ Donald Trump ວັນ​ທີ 25/01 ໄດ້​ເຊັນ​ລັດ​ຖະ​ດຳ​ລັດ​ກໍ່​ສ້າງ​ກຳ​ແພງ​ຢູ່​ລຽບ​ຕາມ​ເສັ້ນ​ຊາຍ​ແດນ​ກັບ​ເມ​ຊີ​ໂກ, ແຫຼ່ງ​ຂ່າວ​ຈາກ​ລັດ​ຖະ​ບານ​ສະ​ຫະ​ພັນ​ເມ​ຊີ​ໂກ ໃຫ້​ຮູ້​ວ່າ, ທ່ານ​ປະ​ທານ​ນາ​ທິ​ບໍ​ດີ Pena Nieto ພວມ​ພິ​ຈາ​ລະ​ນາ​ຄວາມ​ສາ​ມາ​ດ​ຍົກ​ເລ​ີກ​ການ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ ເຊິ່ງ​ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 31/01 ຈະ​ມາ​ເຖິງ. ພາຍ​ຫຼັງທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ຄົນ​ໃໝ່ເຊັນ​ລັດ​ຖະ​ດຳ​ລັດດັ່ງ​ກ່າວ, ບັນ​ດາ​ສະ​ມ​າຊິກ​ລັດ​ຖະ​ສະ​ພາ​ຂຶ້ນ​ກັບບັນ​ດາ​ພັກ​ຝ່າຍ​ການ​ເມືອງ, ລວມ​ທັງ​ພັກ​ປະ​ຕິ​ວັດ​ລະ​ບອບ (PRI) ກຳ​ອຳ​ນາດ ໄດ້​ອອກ​ສຽງ​ສະ​ເໜີ​ທ່ານ​ປະ​ທານ​ນາ​ທິ​ບໍ​ດີ Pena Nieto ໂຈະ ຫຼື ຍົກ​ເລີກ​ກາ​ນ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ, ພ້ອມ​ທັງ​ຕຳ​ນິ​ຕິ​ຕຽນ ຂໍ້​ຕົກ​ລົງ​ຂອງ​ທ່ານ Trump ແມ່ນ “ບໍ່​ສາ​ມາດ​ຮັບ​ຮູ້​ໄດ້”, “ການ​ເຄື່ອນ​ໄຫວ​ໄຮ້​ມະ​ນຸດ​ສະ​ທຳ” ແລະ ເມ​ຊີ​ໂກ ຕ້ອງ​ຍົກ​ອອກ​ບັນ​ຫານີ້​ຕໍ່​ສະ​ຫະ​ປະ​ຊາ​ຊາດ.

ຂ່າວ/ບົດ​ອື່ນ