ປະທານາທິບໍດີB.Obamaຮຽກຮ້ອງຜູ້ມີສິດເລືອກຕັ້ງໄປປ່ອນບັດໃຫ້ແກ່ທ່ານນາງH.Clinton
ທ່ານນາງ Hilariry Clinton
ພາບ:New York Times
|
(vovworld)- ວັນທີ 28/9, ປະທານາທິບໍດີ ອາເມລິກາ B.Obama ເລັ່ງລັດຜູ້ມີສິດເລືອກຕັ້ງ ອາເມລິກາ ໄປປ່ອນບັດ ແລະ ເລືອກຕັ້ງໃຫ້ຜູ້ສະໝັກຮັບເລືອກຕັ້ງຂອງພັກປະຊາທິປະໄຕຂອງທ່ານນາງ Hilariry Clinton ໃນການເລືອກຕັ້ງປະທານາທິບໍດີຈະດຳເນີນໄປໃນວັນທີ 8/11 ຈະມາເຖິງ, ພ້ອມທັງຖືວ່າ ຜູ້ສະໝັກຮັບເລືອກຕັ້ງຂອງພັກສາທາລະນະຂອງທ່ານ Donal Trump ບໍ່ມີຄຸນນະທາດພຽງພໍ ເພື່ອກາຍເປັນປະທານາທິບໍດີ ທີ 45 ຂອງອາເມລິກາ. ກ່າວຄຳເຫັນໃນການຕອບສຳພາດ, ປະທານາທິບໍດີ ອາເມລິກາ B.Obama ເວົ້າວ່າ: “ຖ້າຫາກຜູ້ມີສິດເລືອກຕັ້ງບໍ່ໄປປ່ອນບັດ, ນັ້ນຈະແມ່ນບັດເລືອກຕັ້ງສະຫງວນໃຫ້ແກ່ທ່ານ Trump. ຖ້າພວກເພື່ອນປ່ອນບັດໃຫ້ແກ່ຜູ້ສະຫມັກຮັບເລືອກຕັ້ງຂອງພັກທີ 3 ທີ່ບໍ່ມີກາລະໂອກາດຍາດໄຊຊະນະ, ນັ້ນກໍແມ່ນບັດເລືອກຕັ້ງສະຫງວນໃຫ້ແກ່ທ່ານ Trump”. ປະທານາທິບໍດີ ອາເມລິກາ B. Obama ຮຽກຮ້ອງບັນດາຜູ້ມີສິດເລືອກຕັ້ງສະຫນັບສະຫນູນທ່ານໃນການເລືອກຕັ້ງເມື່ອປີ 2008 ແລະ ປີ 2012 ຈົ່ງປ່ອນບັດສະຫນັບສະຫນູນທ່ານນາງ Clinton ແລະ ເນັ້ນຫນັກວ່າ: ທ່ານ Donald Trump ບໍ່ມີຄຸນນະທາດພຽງພໍ ແລະ ບໍ່ກຳໄດ້ສິ່ງທີ່ເປັນພື້ນຖານຊື່ງຜູ້ດຳລົງຕຳແຫນ່ງປະທານາທິບໍດີຕ້ອງມີ. ປະທານາທິບໍດີ Obam ຍົກອອກຄຳຮຽກຮ້ອງດັ່ງກ່າວ ພາຍຫລັງ 2 ມື້ທີ່ທ່ານນາງ Clinton ແລະ ທ່ານ Trump ດຳເນີນການໂຕ້ວາທີໂດຍກົງເປັນຄັ້ງທຳອິດຢູ່ ນິວຢອກ.