ປະມວນກົດໝາຍອາຍາປີ 2015 ເຊີດຊູປະສິດທິຜົນໃນການສະກັດກັ້ນ ແລະ ມຸ່ງໄປສູ່ຄວາມສຸດຈະລິດ
(VOVWORLD) -ປະມວນກົດໝາຍອາຍາມີຜົນສິກສິດນັບແຕ່ວັນທີ 1 ມັງກອນປີ 2018 ເປັນຕົ້ນໄປ
ທ່ານ ປ.ອ ດິງເທ້ຮຶງ ສັງກັດສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ແລກປ່ຽນກັບນັກຂ່າວຂ່າວສານຫວຽດນາມ |
ນີ້ແມ່ນປະມວນກົດໝາຍທີ່ມີຄວາມໝາຍສຳຄັນພິເສດ, ມີບົດບາດຫັນເນື້ອໃນຈິດໃຈ ລັດຖະທຳມະນູນປີ 2013 ແລະ ເນື້ອໃນຈິດໃຈການປະຕິຮູບດ້ານຕຸລາການຕາມມະຕິ 08 ແລະ ມະຕິ 49 ຂອງກົມການເມືອງເປັນລະອຽດ. ຕາມບັນດາຜູ້ຊ່ຽວຊານແລ້ວ, ປະມວນກົດໝາຍອາຍາປີ 2015 ໄດ້ຮັບການຮຽບຮຽງຕາມຖືເປັນສຳຄັນການສ້າງນະໂຍບາຍອາຍາ ແລະ ລະບຽບການດຳເນີນຄະດີໃຫ້ສົມບູນແບບ ເຊີດຊູປະສິດທິຜົນໃນການສະກັດກັ້ນ ແລະ ມຸ່ງໄປສູ່ຄວາມສຸດຈະລິດໃນການລົງໂທດຜູ້ກະທຳຜິດ.
ປະມວນກົດໝາຍອາຍາປີ 2015 ທີ່ປະກາດໃຊ້ຄັ້ງນີ້ ຈະສາມາດແກ້ໄຂຈຸດອ່ອນຕ່າງໆຂອງ ປະມວນກົດໝາຍອາຍາປີ 1999, ປະກອບສ່ວນເຂົ້າໃນການສ້າງລະບອບເສດຖະກິດການຕະຫຼາດໃຫ້ສົມບູນແບບ ແລະ ສົດໃສ ດ້ວຍການປັບປຸງສຳລັບອາດຊະຍາກຳເສດຖະກິດ. ນອກຈາກນັ້ນ, ປະມວນກົດໝາຍອາຍາປີ 2015 ຍັງສະແດງໃຫ້ເຫັນຈິດໃຈເຊື່ອມໂຍງເຂົ້າກັບສາກົນສູງອີກດ້ວຍ.