ປະເທດ ອາເມລິກາ ຕ້ອນຮັບປີໃໝ່່ສາກົນ 2019 ດ້ວຍກົດໝາຍໃໝ່ຫຼາຍສະບັບ

(VOVWORLD) -ກົດໝາຍວ່າດ້ວຍການເພີ່ມທະວີການຄວບຄຸມປືນ, ລູກປືນ, ພິເສດແມ່ນສໍາລັບບັນດາເປົ້າໝາຍທີ່ມີບັນຫາກ່ຽວກັບເສັ້ນປະສາດ ແລະ ເຄີຍນໍ້າໃຊ້ຄວາມຮຸນແຮງໃນຄອບຄົວ.
ປະເທດ ອາເມລິກາ ຕ້ອນຮັບປີໃໝ່່ສາກົນ 2019 ດ້ວຍກົດໝາຍໃໝ່ຫຼາຍສະບັບ - ảnh 1ປືນໄດ້ວາງຂາຍຢູ່ ຮ້ານແຫ່ງຕ່າງໆ ຢູ່ ອາເມລິກາ (ພາບປະກອບ: AFP/TTXVN) 

ປະເທດ ອາເມລິກາ ກ້າວເຂົ້າສູ່ປີ 2019 ດ້ວຍກົດໝາຍໃໝ່ມີຜົນບັງຄັບໃຊ້ຫຼາຍສະບັບ ເພື່ອແນໃສ່ຄວບຄຸມປືນ, ລູກປືນ, ໄພລ່ວງລະເມີດທາງເພດສໍາພັນ, ເຄື່ອງດື່ມມີທາດເສບຕິດ ກໍຄືການນໍາໃຊ້ທໍ່ດູດ ແລະ ເຄື່ອງບັນຈຸສະບຽງອາຫານທີ່ເປັນຢາງ ແລະ ກັບໂຟມ. ດ້ວຍກົດໝາຍກວ່າ 1.000 ສະບັບ, ລັດ California  ແມ່ນໜຶ່ງໃນບັນດາລັດ ທີ່ອອກກົດໝາຍສະບັບໃໝ່ຫຼາຍກວ່າໝູ່, ໃນນັ້ນ ກົດໝາຍວ່າດ້ວຍການເພີ່ມທະວີການຄວບຄຸມປືນ, ລູກປືນ, ພິເສດແມ່ນສໍາລັບບັນດາເປົ້າໝາຍທີ່ມີບັນຫາກ່ຽວກັບເສັ້ນປະສາດ ແລະ ເຄີຍນໍ້າໃຊ້ຄວາມຮຸນແຮງໃນຄອບຄົວ. ກ່ຽວຂ້ອງເຖິງກົດໝາຍວ່າດ້ວຍການລ່ວງລະເມີດທາງເພດສໍາພັນຢູ່ເຂດສາທາລະນະ, ລັດ California ໄດ້ປະກາດໃຊ້ກົດໝາຍໃໝ່ບາງສະບັບ, ຕາມນັ້ນແລ້ວ, ຫ້າມເຈົ້າຂອງບັນດາວິສາຫະກິດສະກັດກັ້ນເລື່ອງ ພະນັກງານຮ້ອງຟ້ອງການກະທໍາຈໍາແນກການປະພຶດ ໂດຍຜ່ານບັນດາຮູບການຄື ໃຫ້ຄໍາໝັ້ນໝາຍ, ສະເໜີມອບເງິນບໍາເນັດ ຫຼື ມອບໂອກາດວຽກເຮັດງານທໍາໃຫ້ບຸກຄົນທີ່ມີຄວາມຂັດໃຈ ແລະ ມີຄວາມຄິດວ່າຈະຮ້ອງຟ້ອງ.      

        ບາງລັດຂອງ ອາເມລິກາ ກໍປະກາດໃຊ້ກົດໝາຍໃໝ່ສະບັບຕ່າງໆ ທີ່ກ່ຽວຂ້ອງເຖິງສິດກ່ຽວກັບສຸຂະພາບ, ສິດເສຍຊີວິດ, ສິດເລືອກເພດ, ສິດແທ້ງລູກ ແລະ ສິດຂອງຜູ້ຖືກຕ້ອງຫາ.


ຕອບກັບ

ຂ່າວ/ບົດ​ອື່ນ