(vovworld) – ຕອນເຊົ້າວັນທີ 4/6, ຢູ່ ເກີນເທີ, ອົງການພັດທະນາ ແລະ ກູ້ຊ່ວຍ (ADRA) ປະຈຳ ຫວຽດນາມ ແລະ ADRA ລາວ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ ປ່ຽນໃໝ່ປະດິດສ້າງເຕັກນິກຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອແນໃສ່ເລີ່ມປະຕິບັດໂຄງການພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບການ “ຝຶກອົບຮົມ ແລະ ຜັນຂະຫຍາຍການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂັ້ນພາກພື້ນ”. ທີ່ກອງປະຊຸມສຳມະນາບັນດານັກຊ່ຽວຊານໄດ້ແບ່ງປັນບົດຮຽນ ແລະ ບັນດາຄວາມຮູ້ກ່ຽວກັບບັນດາຮູບແບບປະດິດສ້າງ, ວິທີສຳຜັດດີທີ່ສຸດ ແລະ ບົດຮຽນໃນບັນດາຂົງເຂດທີ່ກ່ຽວຂ້ອງເຖິງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໂດຍອີງໃສ່ວົງຄະນະຍາດ. ຈາກນັ້ນ, ເພີ່ມທະວີການໂອ້ລົມສົນທະນາພາກພື້ນ ແລະ ການຮ່ວມມືໃນອະນາຄົດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ພ້ອມທັງ ສົ່ງເສີມການເຂົ້າຮ່ວມ ແລະ ການກະທຳຂອງພາກເອກະຊົນດ້ວຍວິທີຍົກສູງຄວາມຮູ້ກ່ຽວກັບການກະທົບຂອງການປ່ຽນແປງຂອງດິນຟ້າອາກາດເຖິງຕະຫລາດດຳເນີນທຸລະກິດ ແລະ ບົດບາດຂອງພາກເອກະຊົນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນມິງເທ໋, ຮອງຫົວໜ້າພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ນະຄອນ ເກີນເທີ ເນັ້ນໜັກວ່າ: ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງ ຄວນຍູ້ແຮງການແລກປ່ຽນຂໍ້ມູນຂ່າວສານ ແລະ ບຳລຸງສ້າງຢ່າງເລິກເຊິ່ງກ່ຽວກັບບັນດາເຕັກນິກຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນໃນຂອບເຂດຄຸ້ມຄອງກະສິກຳ ແລະ ຊັບພະຍາກອນທຳມະຊາດແບບຍືນຍົງຢູ່ຂັ້ນວົງຄະນະຍາດ. ຜ່ານນັ້ນ, ປະກອບເຄື່ອນມື, ອຸປະກອນໃຫ້ປະຊາຊົນຢູ່ເຂດຊົນນະບົດເພື່ອວາງແຜນການໃຫ້ແກ່ອະນາຄົດເມື່ອຕ້ອງປະເຊີນໜ້າກັບການກະທົບທີ່ນັບມື້ນັບເພີ່ມຂຶ້ນຈາກການປ່ຽນແປງຂອງດິນຟ້າອາກາດ.