ປີ 2013 ບັນດາແຂວງ ພາກກາງ ໄດ້ດຶງດູດທຶນ FDI ເກືອບ 25,5 ຕື້ USD

ປີ 2013 ບັນດາແຂວງ ພາກກາງ ໄດ້ດຶງດູດທຶນ FDI ເກືອບ 25,5 ຕື້ USD - ảnh 1
(ພາບປະກອບ)

(vovworld) - ຕາມ​ທ່ານ ຈິ້ງ​ມິນ​ເວີນ, ຫົວ​ໜ້າສູນສົ່ງ​ເສີມ​ການ​ລົງທຶນ​ພາກ​ກາງ, ກົມ​ລົງທຶນ​ຕ່າງ​ປະ​ເທດ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ແລ້ວ, ປີ 2013 ບັນດາ​ແຂວງ​ພາກ​ກາງ ​ໄດ້​ມີ​ສັນຍາ​ທີ່​ດີ​ຫຼາຍ​ຢ່າງ ​ອັນ​ໄດ້​ດຶງ​ດູດ​ບັນດາ​ໂຄງການ FDI ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ເຂົ້າ​ມາ​ລົງທຶນ.

        ​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​ແຂວງ ບິ່ງ​ດິ້ງ ​ໄດ້​ດຶງ​ດູດ​ໂຄງການ​ກໍ່ສ້າງ​ໂຮງງານ​ຕິດ​ຕັ້ງ ​ແລະ ຜະລິດ​ເຄື່ອງ​ອາ​ໄຫຼ່​ລົດ​ເມ ​ແລະ ບັນດາ​ການ​ບໍລິການ​ໜູນ​ຊ່ວຍ​ອື່ນໆ ຂອງ​ບໍ​ລິ​ສັດ Bus Industrial Center ຈຳ​ກັດ​ຜູ້​ດຽວ (ລັດ​ເຊຍ) ດ້ວຍ​ຈຳນວນ​ທຶນ 1 ຕື້ USD. ​ໂຄງການ​ກັນ​ນ້ຳມັນ ວູ້ງ​ໂຣ (ຟຸ໋ອຽນ) ກໍ່​ຍົກ​ຈຳນວນ​ທຶນ​ແຕ່ 1,7 ຕື້ USD ຂຶ້ນ​ເຖິງ 3,2 ຕື້ USD.

ຂ່າວ/ບົດ​ອື່ນ