ປີ 2014, ຄາດວ່າ ຫວຽດນາມ ຈະສຳເລັດລະບຽບການໃຫ້ສັດຕະຍາບັນສົນທິສັນຍາກ່ຽວກັບສິດທິຄົນພິການ

ປີ 2014, ຄາດວ່າ ຫວຽດນາມ ຈະສຳເລັດລະບຽບການໃຫ້ສັດຕະຍາບັນສົນທິສັນຍາກ່ຽວກັບສິດທິຄົນພິການ - ảnh 1
(ພາບປະກອບ)

(vovworld) -     ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ສົນທິສັນຍາ​ກ່ຽວ​ກັບ​ສິດທິ​ຄົນ​ພິການ​ປີ 2008 ​ແລະ ຄາດ​ວ່າ​ຈະ​ສຳ​ເລັດ​ລະບຽບການ​ໃຫ້​ສັດ​ຕະຍາ​ບັນໃນ​ປີ 2014 ກໍ່​ຄື​ຄວາມ​ມານະ​ພະຍາຍາມ​ສ້າງ​ກອບ​ກົດໝາຍ, ນະ​ໂຍບາຍ​ໃຫ້​ສົມ​ບູນ​ແບບ ​ເພື່ອ​ແນ​ໃສ່​ຊຸກຍູ້​ສິດ​ທິ​ຄົນ​ພິການ. ນີ້​ແມ່ນ​ຂໍ້​ມູນ​ເຊິ່ງ​ໄດ້​ຍົກ​ອອກ​ມາ​ໃນ​ບົດ​ລາຍ​ງານ​ແຫ່​ງຊາດ ກ່ຽວ​ກັບ​ການ​ປະຕິບັດ​ສິດທິ​ມະນຸດ ຕາມ​ກົນ​ໃກສ​ຳຫຼວດກວດກາ​ເປັນ​ປະຈຳ​ຢ່າງ​ທົ່ວ​ເຖິງຂອງ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ.

        ​ໃນ​ເສັ້ນ​ທາງ​ໃຫ້​ສັດ​ຕະຍາ​ບັນສົນທິສັນຍາ​ກ່ຽວ​ກັບ​ສິດທິ​ຄົນ​ພິການ, ຫວຽດນາມ ​ໄດ້​ປະກາດ​ໃຊ້​ກົດໝາຍ​ກ່ຽວ​ກັບ​ຄົນ​ພິການ​ປີ 2010 ​ແລະ ສ້າງ​ບັນດາ​ເອກະສານ​​ແນະນຳ​ການປະຕິບັດ. ຄຽງ​ຂ້າງ​ນັ້ນ, ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ປະຕິບັດບັນດາ​ນະ​ໂຍບາຍໜູນ​ຊ່ວຍ​ຄົນ​ພິການ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ຄົນ​ພິການ, ນາຍົກລັດຖະມົນຕີ ​ໄດ້ອະນຸມັດ​ຜ່ານ​ແຜນ​ຮ່າງ​ໜູນ​ຊ່ວຍ​ຄົນ​ພິກາ​ນ​ໄລຍະ 2012 – 2020, ພ້ອມ​ທັງ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຂອງ​ລັດຖະບານ​ຫວຽດນາມ ກ່ຽວ​ກັບ 7 ຂົງ​ເຂດ​ໃຫ້​ບຸລິມະສິດ​ກ່ຽວ​ກັບ​ຄົນ​ພິການ​ພາກ​ພື້ນ​ອາຊີ - ປາຊີ​ຝີ​ກ. ​ແຜນ​ຮ່າງ​ໄດ້​ແບ່ງ​ເປັນ 2 ​ໄລຍະ ດ້ວຍ​ບັນດາ​ຄາດໝາຍລະອຽດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຊື່ອມ​ຕົວຂອງ​ຄົນ​ພິການ​​ເຂົ້າໃນ​ຂົງ​ເຂດ​ສາທາລະນະ​ສຸກ, ການ​ສຶກສາ, ​ແຮງ​ງານ, ກໍ່ສ້າງ...
ຂ່າວ/ບົດ​ອື່ນ