ປີ2014ເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ຄົນທຸກຍາກໃຫ້ດີກ່ວາ

ປີ2014ເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ຄົນທຸກຍາກໃຫ້ດີກ່ວາ - ảnh 1
ພາບປະກອບ


(vovworld) – ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​ໃຫ້​ຄົນ​ທຸກ​ຍາກ ​ແລະ ​ເປົ້າ​ໝາຍ​ອຸປະ​ກະ​ລະ​ສັງຄົມ​​ໃຫ້​ດີກ່ວາ, ປີ 2013, ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ ​ເປັນ​ເສນາ​ທິການ ​ແລະ ສະ​ເໜີ​ໃຫ້​ລັດຖະບານ​ປະກາດ​ໃຊ້​ມະຕິ 136, ກຳນົດ​ນະ​ໂຍບາຍ​ອຸດໜູນ​ສັງຄົມ​ສຳລັບ​ບັນດາ​ເປົ້າ​ໝາຍ​ອຸປະ​ກະ​ລະ​ສັງຄົມ.

    ຕາມ​ນັ້ນ​ແລ້ວ, ລະດັບອຸດ​ໜູນ​​ສັງຄົມ​ສຳ​ລັບ​ເປົ້າ​ໝາ​ຍອຸປະ​ກະ​ລະ​ສັງ​ຄົມ​ຈະ​ໄດ້​ຍົກ​ຈາກ​ 180.000 ດົ່ງ/ຄົນ/​ເດືອນ ຂຶ້ນ​ເຖິງ 270.000 ດົ່ງ/ຄົນ/​ເດືອນ. ນີ້​ຈະ​ແມ່ນ​ພື້ນຖານ​ເພື່ອ​ກຳ​ນົດລະດັບອຸດ​ໜູນ​​ສັງຄົມ, ລະດັບອຸດ​ໜູນ​ບຳລຸງ​ລ້ຽງ​ຢູ່​ບັນດາ​ພື້ນຖານ​ອຸປະ​ກະ​ລະ​ສັງຄົມ.​ ມະຕິ​ມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 1/1/2014 ​ເປັນ​ຕົ້ນ​ໄປ. ທ່ານ​ນາງ​ລັດຖະມົນຕີ​ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ ຝ້າ​ມທິຫາຍ​ຈ່ວຽນ ​ໃຫ້​ຮູ້​ວ່າ:

    “​ເປົ້າ​ໝາຍ​ອຸ​ປະກະ​ລະ​ສັງຄົມ​ແມ່ນ​ມີ​ຫຼາຍ​ພໍສົມຄວນ (​ປະມານ 2,6 ລ້ານ​ຄົນ) ​ແລະ ​ແຕ່ລະ​ປີ, ລັດຖະບານ​ສະຫງວນ​ຈຳນວນ​ເງິນ​ກ່ວາ 7.000 ຕື້​ດົ່ງ​ໃຫ້​ເປົ້າ​ໝາຍ​ນີ້. ປະຈຸ​ບັນ, ລະດັບ​ອຸດໜູນ​ໃຫ້​​ເປົ້າ​ໝາຍ​ດັ່ງກ່າວ​ແມ່ນ 180.000 ດົ່ງ/​ເດືອນ. ດັ່ງ​ນັ້ນ, ພວກ​ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ລັດຖະບານ​ປະກາດ​ໃຊ້​ມະຕິ 136 ​ເພື່​​ອຍົກ​ລະດັບ​ອຸດໜູນ​ສຳ​ລັບ​ເປົ້າ​ໝາຍອຸປະ​ກະ​ລະ​ສັງຄົມ​ຂຶ້ນ​ເຖິງ 270.000 ດົ່ງ/​ຄົນ/ເດືອນ. ນີ້​ແມ່ນ​ເປົ້າ​ໝາຍ​ທີ່​ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ.”

 

ຂ່າວ/ບົດ​ອື່ນ