(VOVWORLD) - ວັນທີ 22 ກັນຍາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຈຳນວນ 11.527 ຄົນ , ໃນນັ້ນມີ 2 ຄົນມາຈາກຕ່າງປະເທດ ແລະ 11.525 ຄົນຢູ່ພາຍໃນປະເທດ
ການເອົາຕົວຢ່າງມາວິໄຈຫາເຊືອ |
ນັບແຕ່ເວລາ 17 ໂມງ ຂອງວັນທີ 21 ກັນຍາ ຫາ ເວລາ 17 ໂມງຂອງວັນທີ 22 ກັນຍາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຈຳນວນ 11.527 ຄົນ , ໃນນັ້ນມີ 2 ຄົນມາຈາກຕ່າງປະເທດ ແລະ 11.525 ຄົນຢູ່ພາຍໃນປະເທດ. ສະເພາະນະຄອນໂຮ່ຈິມິນມີ 5.435 ກໍລະນີ, ຖັກມາແມ່ນແຂວງ ບີງເຢືອງ 4.179 ກໍລະນີ, ດົງນາຍ 930 ກໍລະນີ
ໃນວັນທີ 22 ກັນຍາ ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 11.919 ຄົນ ອັນໄດ້ຍົກ ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 487.262 ຄົນ ແລະ ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຄົນເຈັບຕິດເຊື້ອໂຄວິດ -19 ຖືກເສຍຊີວິດ ແມ່ນ 236 ຄົນ. ສະເພາະນະຄອນໂຮ່ຈິມິນມີ 163 ຄົນ
ເປັນອັນວ່າ ໄລຮອດວັນທີ 22 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 718.963 ຄົນ, ແລະ 17.781 ຄົນ ເສຍຊີວິດ