ຜູ້ທີ່ປຶກສາຂັ້ນສູງກະຊວງການຕ່າງປະເທດອາເມລິກາThomasShannon ຢ້ຽມຢາມຫວຽດນາມ
ທ່ານ Thomas Shannon ແລະ ທ່ານ ຟ້າມກວາງງີ້
(ພາບ: KT& ĐT)
(vovworld) – ໃນການຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 10 – 13/10, ຜູ້ທີ່ປຶກສາຂັ້ນສູງກະຊວງການຕ່າງປະເທດ ອາເມລິກາ ທ່ານ Thomas Shannon ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ຟ້າມກວາງງີ້, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ຮ່າໂນ້ຍ, ເຮັດວຽກກັບທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຮ່າກິມງອກ, ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫງວຽນທ໋າຍລາຍ ແລະ ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເວືອງເທື່ອຟອງ. ທີ່ການພົບປະຄັ້ງຕ່າງໆ, 2 ຝ່າຍປຶກສາຫາລືຢ່າງເປີດເຜີຍກ່ຽວກັບບັນດາບັນຫາ 2 ຝ່າຍ ແລະ ພາກພື້ນ. 2 ຝ່າຍຖືວ່າ, ໃນໄລຍະຈະມາເຖິງ, ພິເສດແມ່ນໃນປີ 2015 ເມື່ອ 2 ປະເທດສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ, ຄວນສືບຕໍ່ຊຸກຍູ້ການພົວພັນ, ໃນນັ້ນ, ເອົາໃຈໃສ່ເພີ່ມທະວີການພົວພັນແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນບັນດາຄະນະຜູ້ແທນຂັ້ນສູງ, ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ - ການຄ້າ, ການສຶກສາ, ການພົວພັນແລກປ່ຽນປະຊາຊົນ ແລະ ຈັດຕັ້ງການເຄື່ອນໄຫວຈຳນວນໜຶ່ງທີ່ມີຄວາມໝາຍຢູ່ທັງ 2 ປະເທດ. 2 ຝ່າຍກໍ່ໄດ້ປຶກສາຫາລືບັນດາບັນຫາພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.