(vovworld) - ວັນທີ 25/1, ຢູ່ ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມສົມທົບກັບ ໂຄງການພັດທະນາສະຫະປະຊາຊາດ (ຫຼື UNDP) ຈັດຕັ້ງກອງປະຊຸມສຳມະນາຜັນຂະຫຍາຍໂຄງການຈຸດໝາຍແຫ່ງຊາດ ກ່ຽວກັບການແກ້ໄຂມົນລະພິດ ແລະ ປັບປຸງສິ່ງແວດລ້ອມ. ໂຄງການໄດ້ຮັບການປະຕິບັດແຕ່ປີ 2012 ຮອດ 2015 ດ້ວຍຍອດເງິນລົງທຶນກ່ວາ 5000 ຕື້ດົ່ງ. ຄາດໝາຍຂອງໂຄງການແມ່ນແກ້ໄຂສະພາບມົນລະພິດແລະ ປັບປຸງສິ່ງແວດລ້ອມຢູ່ບັນດາໝູ່ບ້ານອາຊີບທີ່ກໍ່ມົນລະພິດຢ່າງຮ້າຍແຮງ. ໂຄງການຍັງແກ້ໄຂມົນລະພິດ ແລະ ປັບປຸງສິ່ງແວດລ້ອມຢູ່ 100 ເຂດທີ່ຖືກມົນລະພິດຍ້ອນຜັນສະທ້ອນຈາກຢາປ້ອງກັນພືດ, ຜັນຂະຫຍາຍການເກັບມ້ຽນ, ບຳບັດນ້ຳເສຍຈາກບັນດາເຂດຕົວເມືອງ.
ທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນຮ່ວາບິນ, ຫົວໜ້າກົມຄຸ້ມຄອງສິ່ງເສດເຫຼືອ ແລະ ປັບປຸງສິ່ງແວດລ້ອມ, ຫົວໜ້າກົມສິ່ງແວດລ້ອມໃຫ້ຮູ້ວ່າ: ເລື່ອງຜັນຂະຫຍາຍໂຄງການຈະປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງ ສິ່ງແວດລ້ອມ, ຍົກສູງຄຸນນະພາບຊີວິດການເປັນຢູ່, ຮັບປະກັນສຸຂະພາບໃຫ້ແກ່ປະຊາຊົນເທ່ືອລະກ້າວ.