ຜູ້ບັນຊາການກອງທັບເຮືອໂຮນລັງ ຢ້ຽມຢາມ ຫວຽດນາມ

ຜູ້ບັນຊາການກອງທັບເຮືອໂຮນລັງ ຢ້ຽມຢາມ ຫວຽດນາມ - ảnh 1

ທ່ານ​ພົນ​ໂທ ​ໂດ໋ບາ​ຕິ ຕ້ອນຮັບ​ທ່ານພົນ​ເຮືອ​ໂທ Mathieu Borsboon

(ພາບ:qdnd.vn)

( vovworld ) – ຕອນ​ບ່າຍ​ວັນ​ທີ 5/3, ທ່ານ​ພົນ​ໂທ ​ໂດ໋ບາ​ຕິ, ຫົວໜ້າ​ເສນາ​ທິການ​ໃຫ່ຍ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽ​ດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ພົນ​ເຮືອ​ໂທ Mathieu Borsboon ຜູ້​ບັນຊາ​ການ​ກອງທັບ​ເຮືອ​ໂຮ​ນລັງ ຊື່​ງ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ກອງ​ບັນຊາ​ການ​ກອງທັບ​ເຮືອ​ໂຮ​ນລັງ ມາຢ້ຽມຢາມ​ຫວຽດນາມ ​ແຕ່​ວັນ​ທີ 3-5/3. ທ່ານ​ພົນ​ໂທ ​ໂດ໋ບາ​ຕິ ​ເນັ້ນໜັກ​ວ່າ, ນັບ​ແຕ່ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດສອງ​ຝ່າຍ​ເມື່ອ​ເດືອນ 9/2011, ການ​ເຄື່ອນ​ໄຫວສົມທົບ​ກັນ​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດ​ໄດ້​ມີ​ບາດກ້າວ​ພັດທະນາ. ທ່ານ​ພົນ​ໂທ ​ໂດ໋ບາ​ຕິ ປາດ​ຖະໜາ​ວ່າ ທະຫານ​ເຮືອ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ປະຕິບັດ​ຄວາມ​ຕັດສິນ​ໃຈ​ທີ່​ລະບຸ​ໄວ້​ໃນ​ບົດບັນທຶກ, ພິ​ເສດ​ແມ່ນ​ໃນ​ການ​ຮ່ວມ​ມື​ບຳລຸງ​ສ້າງ​ພະນັກງານ, ຕໍ່​ກຳ​ປັ່ນ. ທ່ານ​ພົນ​ໂທ ​ໂດ໋ບາ​ຕິ ​ໄດ້​ຝາກ​ຄຳ​ເຊື້ອ​ເຊີນ​ທ່ານ​ຫົວ​ຫນ້າ​ກອງ​ບັນຊາ​ການ​ກອງທັບ​ໂຮ​ນລັງ ​ມາ​ຢ້ຽມຢາມ​ຫວຽດນາມ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ