ຜູ້ອຳນວຍການໃຫຍ່ຮັບຜິດຊອບການຕະຫລາດ ຫວຽດນາມ ສັງກັດບໍລິສັດພະລັງງານ AES ຢ້ຽມ​ຢາມ ຫວຽດ​ນາມ

(VOVWORLD) - ຕອນບ່າຍວັນທີ 17 ພຶດສະພາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ໄດ້ໃຫ້ການຕ້ອນຮັບທ່ານ David Stone ຜູ້ອຳນວຍການໃຫຍ່ຮັບຜິດຊອບການຕະຫລາດ ຫວຽດນາມ ສັງກັດບໍລິສັດພະລັງງານ AES (ອາເມລິກາ)
ຜູ້ອຳນວຍການໃຫຍ່ຮັບຜິດຊອບການຕະຫລາດ ຫວຽດນາມ ສັງກັດບໍລິສັດພະລັງງານ AES ຢ້ຽມ​ຢາມ ຫວຽດ​ນາມ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ໄດ້ໃຫ້ການຕ້ອນຮັບທ່ານ David Stone (ພາບ: TTXVN)

ກ່າວຄຳເຫັນທີ່ການພົບປະ, ທ່ານ David Stone ໃຫ້ຮູ້ວ່າ: ຢູ່ ຫວຽດນາມ, ບໍລິສັດພະລັງງານ AES ໄດ້ລົງທຶນເຂົ້າໃນໂຮງງານໄຟຟ້າພະລັງຄວາມຮ້ອນ ມົງເຢືອງ 2 (ກວາງນິງ) ແລະ ພວມຊອກຮູ້ເພື່ອເຂົ້າຮ່ວມການລົງທຶນເຂົ້າໃນໂຄງການໂຮງງານໄຟຟ້າພະລັງຄວາມຮ້ອນອາຍແກັສ ເຊີນໝີ 2 ຕາມຮູບການ BOT; ສົມທົບກັບບໍລິສັດອາຍແກັສ ຫວຽດນາມ (PV Gas) ຜັນຂະຫຍາຍໂຄງການສາງທ່າກ່ຳປັ່ນອາຍແກັສແຫຼວຢູ່ເມືອງ ຮາມເຕີນ ແຂວງ ບີງທ້ວນ. ບໍລິສັດພະລັງງານ AES ປາດຖະໜາຢາກໄດ້ເຂົ້າຮ່ວມການລົງທຶນເຂົ້າໃນໂຄງການໂຮງງານໄຟຟ້າພະລັງຄວາມຮ້ອນອາຍແກັສ ເຊີນໝີ 2 ຈະປະກອບສ່ວນຊຸກຍູ້ການຄ້າ, ການລົງທຶນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

        ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ໄດ້ເຫັນດີເຫັນພ້ອມຕໍ່ແຜນນະໂຍບາຍຂອງບໍລິສັດພະລັງງານ AES ໄດ້ຮ່ວມມືກັບບໍລິສັດໃຫຍ່ອາຍແກັສ ຫວຽດນາມ ຜັນຂະຫຍາຍໂຄງການສາງທ່າກ່ຳປັ່ນອາຍແກັສແຫຼວ; ສະເໜີ 2 ຝ່າຍເຮັດວຽກຢ່າງຕັ້ງໜ້າ ເພື່ອຍູ້ໄວການລົງນາມໃນສັນຍາຄູ່ຮ່ວມມື ແນໃສ່ຜັນຂະຫຍາຍໂຄງການໃນໄລຍະໄວທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ