ຜູ້ອຳນວຍການWTOຍ້ອງຍໍຜົນງານລົບລ້າງຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກຂອງຫວຽດນາມ
ປະຊາຊົນຢູ່ເຂດພູພຽງ ດົ່ງວັນ ຫລຸດພົ້ນອອກຈາກຄວາມທຸກຍາກຍ້ອນປູກສາລີມີສະມັດຕະພາບສູງ
(ພາບ: Đỗ Bình/TTXVN)
|
(vovworld) - ຜົນງານຂອງຫວຽດນາມ ໃນການລົບລ້າງຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກ ແມ່ນພະຍານຫຼັກຖານທີ່ສຳຄັນ, ສະແດງໃຫ້ເຫັນສາຍສຳພັນຢ່າງແໜ້ນແຟ້ນລະຫວ່າງການຄ້າ ແລະ ການພັດທະນາ, ພ້ອມທັງສະແດງໃຫ້ເຫັນບົດບາດຂອງການຄ້າທີ່ມີຕໍ່ການເຕີບໂຕດ້ານເສດຖະກິດໃນຊຸມປີຈະມາເຖິງ. ນີ້ແມ່ນຄຳຢັ້ງຢືນຂອງ ຜູ້ອຳນວຍການອົງການການຄ້າໂລກ (WTO) Roberto Azevedo ນະພິທີສະເໜີປື້ມ “ບົດບາດຂອງການຄ້າໃນການລົບລ້າງຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກ“ ໂດຍ WTO ແລະ ກຸ່ມທະນາຄານໂລກ (WBG) ຮຽບຮຽງ ເຊິ່ງດຳເນີນຫວ່າງແລ້ວນີ້ຢູ່ຊະວິດ. ທ່ານ Roberto Azevedo ຢືນຢັນວ່າ, ການເຄື່ອນໄຫວດ້ານການຄ້າ ໄດ້ເຮັດໃຫ້ຊີວິດຂອງປະຊາຊົນຫວຽດນາມ ມີການປ່ຽນແປງຕາມທິດດີກວ່າເກົ່າ. ຕາມປື້ມຫົວນີ້ແລ້ວ, ໃນໄລຍະແຕ່ຕົ້ນຊຸມປີ 1990 – 2012, ອັດຕາສ່ວນການຄ້າໃນຍອດຜະລິດຕະພັນພາຍໃນ (GDP) ຂອງຫວຽດນາມ ໄດ້ເພີ່ມຂຶ້ນທົບ 2 ເທົ່າ. ໃນໄລຍະນີ້, ອັດຕາສ່ວນພົນລະເມືອງທຸກຍາກອຶດຫີວຢູ່ຫວຽດນາມ ໄດ້ຫຼຸດລົງຈາກ 60% ລົງຕຳ່ກວ່າ 3%.