(vovworld) – ຕອນບ່າຍວັນທີ 21/8, ຢູ່ ຮ່າໂນ້ຍ, ທ່ານພົນຕີ ຫວໍວັນຕ໋ວນ, ຮອງຫົວໜ້າເສນາທິການກອງທັບປະຊາຊົນ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ພັນຕີ ຄຳວົງ ໄຊຍະລາດ, ຜູ້ຮັກສາການຫົວໜ້າກົມທະຫານພິເສດກອງທັບປະຊາຊົນ ລາວ, ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, 2 ຝ່າຍເຫັນດີເປັນເອກະສັນຕີລາຄາສູງສາຍພົວພັນ, ຮ່ວມມືເຊິ່ງກອງທັບປະຊາຊົນ ຫວຽດນາມ ແລະ ກອງທັບປະຊາຊົນ ລາວ ບັນລຸໄດ້ໃນການກໍ່ສ້າງກຳລັງ, ປັບປຸງຮາກຖານ, ວັດຖຸຮັບໃຊ້ການຝຶກແອບອົບຮົມ. ໃນໄລຍະຈະມາເຖິງ, 2 ຝ່າຍຄວນເພີ່ມທະວີກການແລກປ່ຽນຄະນະໄປມາຮຳ່ຮຽນເອົາບົດຮຽນເຊິ່ງກັນ ແລະ ກັນ, ກອງທັບປະຊາຊົນ ຫວຽດນາມ ຈະສືບຕໍ່ຮ່ວມມືກັບກອງທັບປະຊາຊົນ ລາວ ໃນຂົງເຂດຕ່າງໆຄື: ບຳລຸງສ້າງ, ແບ່ງປັນຂໍ້ມູນຂ່າວສານ ແລະ ບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.