ຝລັ່ງກະຕຸກຊຸກຍູ້ບັນດາປະເທດອາຣັບຍົກເລີກຄຳສັ່ງລົງໂທດກາຕາ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດຝລັ່ງ Jean Yves Le Drian ໄດ້ມີການພົບປະກັບຄູ່ຕຳແໜ່ງກາຕາ Sheikh Mahammed bin Abdulrahman Al Thani ໃນວັນທີ 15 ກໍລະກົດ, ຢູ່ກາຕາ.

ຝລັ່ງກະຕຸກຊຸກຍູ້ບັນດາປະເທດອາຣັບຍົກເລີກຄຳສັ່ງລົງໂທດກາຕາ - ảnh 1ຝລັ່ງກະຕຸກຊຸກຍູ້ບັນດາປະເທດອາຣັບຍົກເລີກຄຳສັ່ງລົງໂທດກາຕາ

(ພາບ: AFP)

ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການພົບປະ, ທ່ານລັດຖະມົນຕີການຕ່າງປະເທດຝລັ່ງ Jean Yves Le Drian ໃຫ້ຮູ້ວ່າ, ຝລັ່ງ ມີຄວາມວິຕົກກັງວົນຕໍ່ການ “ພົວພັນຖືກຫຼຸດລະດັບຢ່າງກະທັນຫັນ” ລະຫວ່າງກາຕາ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງ. ປາຣີ ປາດຖະໜາຢາກມານະພະຍາຍາມໜູນຊ່ວຍໄກ່ເກ່ຍໂດຍ ຄູເວດ ເປັນຄົນກາງໃນວິກິດການຢູ່ເຂດອ່າວເປີເຊຍ. ທ່ານລັດຖະມົນຕີການຕ່າງປະເທດຝລັ່ງ ກໍຢືນຢັນວ່າ, ປາຣີ ຕີລາຄາສູງການຍູ້ແຮງການຮ່ວມມືກັບກາຕາ ໃນບັ້ນຮົບຕ້ານການກໍ່ການຮ້າຍ, ພິເສດແມ່ນສະກັດກັ້ນການອຸປະຖຳໃຫ້ແກ່ພວກກໍ່ການຮ້າຍ. ສ່ວນທ່ານລັດຖະມົນຕີການຕ່າງປະເທດກາຕາ Al Thani ໄດ້ຊົມເຊີຍການໜູນຊ່ວຍໄກ່ເກ່ຍຂອງຝລັ່ງ ເພື່ອແນໃສ່ມຸ່ງໄປເຖິງມາດຕະການແກ້ໄຂ ໂດຍອີ່ງໃສ່ການເຈລະຈາໂດຍມີການສ້າງສັນ ແລະ ເຄົາລົບອະທິປະໄຕແຫ່ງຊາດ ແລະ ກົດໝາຍສາກົນ. ທ່ານກໍ່ໃຫ້ຮູ້ວ່າ, ບັ້ນຮົບຕ້ານການກໍ່ການຮ້າຍຕ້ອງມີຄວາມມານະພະຍາຍາມລວມ ແລະ ບໍ່ແມ່ນຂຶ້ນກັບປະເທດໃດໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ