ພາບປະກອບ:vtv.vn
|
(vovworld)- ກອງປະຊຸມສຳມະນາລະຫວ່າງ ຝລັ່ງ ແລະ ຫວຽດນາມ ກ່ຽວກັບຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານພົນລະເຮືອນຢູ່ຫວຽດນາມ ດຳເນີນໄປໃນຕອນເຊົ້າວັນທີ 24/9 ຢູ່ ຮ່າໂນ້ຍ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ຊ່ຽວຊານຄວາມໝັ້ນຄົງດ້ານພົນລະເຮືອນ ຝລັ່ງ ໄດ້ແນະນຳຮູບແບບດັບເພິງ ແລະ ກູ້ໄພ ຢູ່ ຝລັ່ງ ຊື່ງແມ່ນຮູບແບບດີເດັ່ນໃນໂລກ ແລະ ວິທີຈັດຕັ້ງບັນດາອົງການດັບເພິງ ແລະ ກູ້ໄພ ຂອງຝລັ່ງ ຢູ່ ຂັ້ນແຂວງ, ນະຄອນ. ນອກນັ້ນ ມີ 9 ບໍລິສັດຂອງຝລັ່ງ ສະຫນອງອຸປະກອນປ້ອງກັນ ແລະ ແກ້ໄຂໃນກໍລະນີຮີບດ່ວນຄື: ໄຟໄໝ້, ໄພນ້ຳຖ້ວມ, ອຸປະຕິເຫດທາງບົດ, ທາງທະເລ ແລະເຂດພູດອຍ ຈະແບ່ງປັນບົດຮຽນວິຊາສະເພາະ ແລະ ກຳລັງຄວາມສາມາດໃນຂົງເຂດຮັບປະກັນຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານພົນລະເຮືອນຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ພັນເອກ ດວານຫືວທັງ, ຮອງຫົວຫນ້າກົມຕຳຫລວດດັບເພິງ ແລະ ກູ້ໄພ ຫວຽດນາມ ໃຫ້ຮູ້ວ່າ:
“ຫວັງວ່າ ໝາກຜົນຂອງກອງປະຊຸມສຳມະນານີ້ ຈະປະກອບສ່ວນເພີ່ມທະວີການພົວພັນລະຫວ່າງ ລັດຖະບານຫວຽດນາມ ແລະ ລັດຖະບານ ຝລັ່ງ ກ່ຽວກັບວຽກງານປ້ອງກັນເຫດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ຄຽງຄູ່ກັນນັ້ນ ຫວຽດນາມ ປາດຖະຫນາຢາດໄດ້ຮັບການຫນູນຊ່ວຍຈາກລັດຖະບານ ຝລັ່ງ ໃນການບຳລຸງສ້າງກຳລັງດັບເພິງ, ປະກອບພາຫະນະອຸປະກອນຮັບໃຊ້ວຽກງານປ້ອງກັນ ແລະ ດັບເພິງ, ກູ້ໄພກູ້ຊີບໃຫ້ແກ່ກຳລັງປ້ອງກັນ ແລະ ດັບເພິງຫວຽດນາມ.”