ຝະລັ່ງ ຈະບໍ່ແຊກແຊງເຂົ້າຊີຣີ ຖ້າຫາກວ່າບໍ່ໄດ້ຮັບການສະໜັບ ສະໜູນຈາກສາກົນ

ຝະລັ່ງ ຈະບໍ່ແຊກແຊງເຂົ້າຊີຣີ ຖ້າຫາກວ່າບໍ່ໄດ້ຮັບການສະໜັບ ສະໜູນຈາກສາກົນ - ảnh 1

ປະຊາ​ຄົມ​ໂລກ​ມີ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ສະພາບ​ການ​ຢູ່​ຊີຣີ

(ພາບ:vov.vn)

(vovworld)- ​ກ່າວ​ຄຳ​ເຫັນ​ໃນ​ການ​ຢ້ຽມຢາມ​ລີ​ບັງ​ ເມື່ອວັນ​ທີ 14/9, , ທ່ານ Jean Yves Le Drian ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຝະລັ່ງ ​ໄດ້​ເວົ້າວ່າ: ຝະລັ່ງ ຈະ​ບໍ່​ແຊກ​ແຊງ​ເຂົ້າຊີຣີ ຖ​້າຫາກ​ວ່າບໍ່​​ໄດ້​ຮັບ​ການສະໜັບສະໜູນຈາກ​ວົງ​ຄະນາ​ຍາດ​ສາກົນ. ການ​ຢ້ຽມຢາມ​ຕາ​ເວັນ​ອອກ​ກາງຄັ້ງນີ້​ຂອງ​ທ່ານ Drian ​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ຊີຣີ ນັບ​ມື້​ນັບ​ປີນ​ຂັ້ນ​ໄດ ​ແລະ ມີ​ໄພ​ຈະ​ແຜ່​ຂະຫຍາຍ​ອອກ​ສູ່​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ລີ​ບັງ ​ແລະ ກະ​ແສ​ຟອງ​ໃຊ້​ຄວາມ​ຮຸນ​ແຮງ​ຕ້ານ​ອາ​ເມ​ລິ​ກາ ຢູ່​ລີ​ບີ ​ແລະ ອີ​ຢີບ ພວມ​ແຜ່​ຂະຫຍາຍ​ອອກ​ສູ່​ວົງ​ກ້ວາງ. ສະນັ້ນນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ຝະລັ່ງ ຢັ້ງຢືນ​ບົດບາດ​ຂອງ​ຕົນ​​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ຢູ່​ຊີຣີ. ການ​ປະ​ທະ​ກັນ​ຢູ່​ຊີຣີ ​ແມ່ນ​ສາຍ​ເຫດ​ພາ​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ດ້ານ​ສາສະໜາ​ຢູ່​ລີ​ບັງ ຊື່​ງ​ໄດ້​ເຮັດ​ໃຫ້​ນັບ​ສີ​ບຄົນ​ເສຍ​ຊີວິດ.

 

ຂ່າວ/ບົດ​ອື່ນ