ຝ່າຍຕາເວັນຕົກ ຍື່ນສະເໜີຮ່າງມະຕິຮຽກຮ້ອງລົງໂທດຊີຣີ ຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດ
ສະພາບການໃຊ້ຄວາມຮຸນແຮງຍັງຄົງເກີດຂຶ້ນຢູ່ ຊີຣີ
(ພາບ: AFP)
(vovworld) - ບັນດາປະເທດຝ່າຍຕາເວັນຕົກຫາກໍຍື່ນສະເໜີຮ່າງມະຕິທີ່ຮຽກຮ້ອງໃຫ້ລົງໂທດ ຊີຣີ ຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດຍ້ອນການປະທະກັນນັບມື້ນັບຮ້າຍແຮງຢູ່ປະເທດຕາເວັນອອກກາງນີ້. ທູດພິເສດຫຼາຍທ່ານໃຫ້ຮູ້ວ່າ: ຮ່າງມະຕິດັ່ງກ່າວໄດ້ສ້າງພື້ນຖານໃຫ້ແກ່ການໂຕ້ຖຽງກັນຄັ້ງໃໝ່ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ທີ່ກ່ຽວຂ້ອງເຖິງບັນຫາຢູ່ ຊີຣີໃນຊຸມວັນຈະມາເຖິງ, ພາຍຫຼັງທີ່ລັດເຊຍ ກໍໄດ້ຍື່ນສະເໜີຮ່າງເອກະສານສະເພາະ, ໃນນັ້ນບໍ່ມີການຂົມຂູ່ຈັດວາງບັນດາມາດຕະການຕ້ານປະທານາທິບໍດີ ຊີຣີ Bashar Al Assad.
ໃນວັນທີ 11/7, ທ່ານ Mark Lyall Grant, ເອກອັກຄະລັດຖະທູດອັງກິດປະຈຳສະຫະປະຊາຊາດ ໄດ້ຖະແຫຼງຮ່າງມະຕິທີ່ ອັງກິດ, ຝຣັ່ງ, ອາເມລິການ ແລະ ເຢຍລະມັນ ຍືນສະເໜີພາຍຫຼັງທີ່ທູດພິເສດລວມຂອງສະຫະປະຊາຊາດ ແລະ ສະຫະພັນ ອາຣັບ ທ່ານ Kofi Annan ລາຍງານຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດ, ໃນນັ້ນໄດ້ຊີ້ແຈ້ງວ່າຈະມີ “ບັນດາຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງ” ຖ້າຫາກອຳນາດການປົກຄອງ Damacus ແລະ ຝ່າຍຄ້ານຢູ່ ຊີຣີ ບໍ່ປະຕິບັດແຜນການສັນຕິພາບ 6 ຂໍ້.