ພັກກຳອຳນາດໄທກ່າວຫາຝ່າຍຄ້ານ
ການແຫ່ຂະບວນປະທ້ວງຕ້ານລັດຖະບານເມື່ອວັນທີ 25/3
(ພາບ:vntintuc24h.com)
(vovworld) – ວັນທີ 27/3, ພັກເພື່ອໄທ ໄດ້ຝາກຈົດໝາຍໃຫ້ທ່ານປະທານາທິບໍດີ ອາເມລິກາ Barack Obama ແລະ ທ່ານເລຂາທິການໃຫຍ່ ສປຊ Ban Ki – moon ເຊິ່ງປະກາດວ່າ, ຫຼັກການປະຊາທິປະໄຕຢູ່ ໄທ ພວມຖືກຂີດຂວາງ ແລະ ປະສົບກັບຄວາມສັບສົນຢ່າງຮ້າຍແຮງຍ້ອນບັນດາປັດໄຈ “ໄຮ້ປະຊາທິປະໄຕ”. ທ່ານຮອງເລຂາທິການໃຫຍ່ພັກເພື່ອໄທ ອຸນຸດຕາມາ ອຸມອນວິວັດ ໃຫ້ຮູ້ວ່າຈຸດປະສົງຂອງວຽກງານນີ້ແມ່ນເພື່ອແນໃສ່ແຈ້ງກ່ຽວກັບບັນດາການຜັນແປຢ່າງຕໍ່ເນື່ອງ ແລະ ຜິດກົດໝາຍທີ່ພວມກີດຂວາງວິວັດທະນາການປະຊາທິປະໄຕຢູ່ ໄທ ໃນຫຼາຍເດືອນຜ່ານມາ.
ການປະທະກັນທາງດ້ານການເມືອງຢູ່ ໄທ ໄດ້ຍຸຍົງສົ່ງເສີມບັນດາເປົ້າໝາຍ, ທີ່ເຄີຍຄັດຄ້ານບັນດາຫຼັກການປະຊາທິປະໄຕ ກໍ່ໃຫ້ເກີດຄວາມຂາດສະຖຽນລະພາບຢູ່ໃນຖະໜົນສາຍຕ່າງໆໃນ ບັງກອກ, ກໍ່ຄືຂີດຂວາງ ແລະ ກໍ່ຄວາມວຸ່ນວາຍດ້ວຍກຳລັງອາວຸດໃນການເລືອກຕັ້ງເມື່ອວັນທີ 2/2 ເຊິ່ງຫວ່າງແລ້ວນີ້ ສານລັດຖະທຳມະນູນ ໄທ ໄດ້ອອກຄຳຕັດສິນແມ່ນບໍ່ມີຄຸນຄ່າແຕ່ຢ່າງໃດ. ວັນທີ 25/3, ທ່ານນາງນາຍົກລັດຖະມົນຕີຊົ່ວຄາວ ໄທ ຍິ່ງລັກ ຊິນນະວັດ ໃຫ້ຄຳໝັ້ນສັນຍາລັດຖະບານຊົ່ວຄາວຂອງທ່ານນາງຈະບໍ່ຍອມປະຊາໄຊຕໍ່ບໍ່ວ່າການກະທຳບໍ່ມີປະຊາທິປະໄຕໃດໆ ແລະ ຈະສືບຕໍ່ບໍລິຫານປະເທດຊາດຈົນກ່ວາລັດຖະບານໃໝ່ໄດ້ຮັບການສ້າງຕັ້ງຜ່ານການເລືອກຕັ້ງ.