ທ່ານປະທານປະເທດ ເຈືອງເຕີນຊາງ
|
(vovworld) – ວັນທີ 3/4, ເມື່ອເຂົ້າຮ່ວມ ແລະ ມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ສະຖາບັນກະສິກຳ ຫວຽດນາມ, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ: ພັກ, ລັດ ກຳນົດການພັດທະນາກະສິກຳ ແມ່ນບັນຫາຍຸດທະສາດ, ມີຄວາມໝາຍສຳຄັນພິເສດ, ສຶກສາ, ບຳລຸງສ້າງພ້ອມກັບວິທະຍາສາດເຕັກໂນໂລຢີແມ່ນລັດຖະນະໂຍບາຍອັນດັບໜຶ່ງ; ບຳລຸງສ້າງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດແມ່ນຂອດບຸກທະລຸເພື່ອພັດທະນາປະເທດຊາດ. ທ່ານປະທານປະເທດ ເຈືອງເຕີນຊາງ ສະເໜີວ່າ:
“ສະຖາບັນຕ້ອງຍູ້ແຮງ ແລະ ຍົກສູງຄຸນນະພາບການເຄື່ອນໄຫວຄົ້ນຄ້ວາວິທະຍາສາດ, ຖ່າຍທອດເຕັກໂນໂລຢີກ່ວາອີກ, ເສີມຂະຫຍາຍບົດບາດເປັນສູນຄົ້ນຄ້ວາວິທະຍາສາດອັນດັບໜຶ່ງຂອງປະເທດຊາດ, ສູ້ຊົນກາຍເປັນສູນວິທະຍາສາດມີອິດທິພົບຊື່ສຽງຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ໃນຂົງເຂດກະສິກຳ, ປ່າໄມ້, ການປະມົງ. ສະຖາບັນຕ້ອງມີກົນໄກ, ນະໂຍບາຍສົ່ງເສີມ, ເຊີດຊູ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາຄູອາຈານ, ພະນັກງານຄົ້ນຄ້ວາ, ນັກສຳມະນາກອນ ແລະ ນັກສຶກສາຕັ້ງໜ້າເຂົ້າຮ່ວມເຄື່ອນໄຫວຄົ້ນຄ້ວາວິທະຍາສາດ, ຕິດພັນກັບສະພາບການຕົວຈິງຂອງປະເທດຊາດ, ຮັບເອົາ ແລະ ນຳໃຊ້ບັນດາຄວາມກ້າວໜ້າດ້ານວິທະຍາສາດ, ເຕັກໂນໂລຢີທີ່ທັນສະໄໝໃນໂລກເຂົ້າໃນການພັດທະນາກະສິກຳ ແລະ ກໍ່ສ້າງຊົນນະບົດໃໝ່”