(ພາບ:ອິນເຕີແນັດ)
(vovworld) - ການພົວພັນລະຫວ່າງລັດເຊຍ-ຫວຽດນາມ ໄດ້ຜ່ານຜ່າບັນດາການທົດສອບ ແລະ ພິສູດ, ສ້າງເປັນພື້ນຖານໝັ້ນຄົງໃນການຊຸກຍູ້ການພົວພັນຮອບດ້ານໃນຫຼາຍຂົງເຂດຊື່ງສອງຝ່າຍຕ່າງກໍ່ມີຄວາມສົນໃຈ. ທ່ານ Anatoly V.Borovik ຫົວໜ້າກົງສູນສະຫະພັນລັດເຊຍ ປະຈຳນະຄອນໂຮ່ຈິມິນ ໄດ້ຢັ້ງຢືນຄືດັ່ງກ່າວທີ່ການພົບປະກັບວົງການນັກຂ່າວເມື່ອວັນທີ 19/2 ໃນໂອກາດສະເຫລີມລະຫຼອງ 63 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ-ລັດເຊຍ (1950-2013). ຕາມທ່ານ Anatoly V.Borovik ແລ້ວ, ໃນປີ 2012, ສາຍພົວພັນລະຫວ່າງສອງປະເທດໄດ້ຮັບການຍົກຂຶ້ນສູ່ລະດັບສູງໃໝ່ ຜ່ານບັນດາການຢ້ຽມຢາມຂັ້ນສູງຂອງການນຳສອງປະເທດ ແລະ ບັນດາການໄປຢ້ຽມຢາມຂອງວິສາຫະກິດ, ຫົວໜ່ວຍ...ເພື່ອຊອກຫາກາລະໂອກາດຮ່ວມມືລົງທຶນຢູ່ແຕ່ລະປະເທດ. ນອກຈາກຂົງເຂດພະລັງງານ, ປະຈຸບັນ, ລັດເຊຍ ຍັງຜັນຂະຫຍາຍບັນດາໂຄງການຢູ່ບາງແຂວງພາກໃຕ້ຫວຽດນາມ ຄື: ຂຸດຄົ້ນແຮ່ທາດ, ພິເສດແມ່ນຕີຕານຢູ່ບິ່ງທ້ວນ. ຕາມທ່ານ Anatoly V.Borovik ແລ້ວ, ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງສອງປະເທດຍັງໃຫ່ຍຫຼວງທີ່ສຸດ ແລະ ບັນດາໝາກຜົນບັນລຸໄດ້ໃນປີ 2012 ຈະແມ່ນປະຖົມປັດໄຈທີ່ດີງາມເພື່ອໃຫ້ສອງປະເທດສືບຕໍ່ຮັກສາສາຍພົວພັນດັ່ງກ່າວ.