ພິທີປະກາດສິນຄ້າຫວຽດນາມມີຄຸນນະພາບສູງປີ2014
photo:internet
|
(vovworld)- ຕອນຄຳ່ວັນທີ 25/2, ສະມາຄົມວິສາຫະກິດ ຜະລິດສິນຄ້າທີ່ມີຄຸນນະພາບສູງ ຫວຽດນາມ ໄດ້ປະກາດ ແລະ ເຊີດຊູວິສາຫະກິດ 476 ແຫ່ງ ຍາດໄດ້ນາມມະຍົດສິນຄ້າຫວຽດນາມມີຄຸນນະພາບສູງປີ 2014 ໂດຍຜູ້ອຸປະໂພກບໍລິໂພກຄັດເລືອກ. ພິທີປະກາດປີນີ້ ມີຫົວຂໍ້ວ່າ: “ບັນດາມາດຕະການເພື່ອເປັນເຈົ້າຕະຫລາດໃຫມ່” ແມ່ນບາດລ້ຽວເປັນຂີດໝາຍບາດກ້າວໃຫມ່ ພາຍຫລັງ 18 ປີແຫ່ງການພັດທະນາຂອງລາຍການດັ່ງກ່າວ. ນີ້ກໍແມ່ນໂອກາດເພື່ອໃຫ້ວິສາຫະກິດ ຜະລິດສິນຄ້າທີ່ມີຄຸນນະພາບສູງ ຫວຽດນາມພ້ອມກັນແບ່ງປັນບັນດາມາດຕະການກ່ຽວກັບການສຳພັດກັບຕະຫລາດ ອາຊຽນ ໃນປີ 2015, ບັນດາກາລະໂອກາດດຳເນີນອາຊີບ, ປ່ຽນໃຫມ່ການປະດິດສ້າງ ແລະ ສ້າງໂຄງປະກອບການດຳເນີນທຸລະກິດຄືນໃຫມ່, ຈາກນັ້ນ ຊອກຫາມາດຕະການເໝາະສົມທີ່ສຸດໃຫ້ແກ່ຕົນເອງ ເພື່ອສືບຕໍ່ພັດທະນາແບບຍືນຍົງ. ທ່ານ ຮີ່ງວັນຫາຍ, ຜູ້ອຳນວຍການບໍລິສັດໝາກໄມ້ ລອກແຄງ ໄດ້ແບ່ງປັນວ່າ:
“ສຳລັບວິສາຫະກິດ ແລະ ຜູ້ອຸປະໂພກບໍລິໂພກແລ້ວ, ກາໝາຍສິນຄ້າຫວຽດນາມ ທີ່ມີຄຸນນະພາບສູງ ມີຄວາມໝາຍທີ່ສຸດ, ເປັນການຕີລາຄາຄຸນນະພາບຂອງຜະລິດຕະພັນ, ອິດທິພົນຊື່ສຽງຂອງບໍລິສັດ. ເປັນຄັ້ງທຳອິດທີ່ໄດ້ຮັບກາໝາຍສິນຄ້ານີ້, ບໍລິສັດພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນຫລາຍ, ມີກຳລັງຫນູນຕື່ມອີກເພື່ອພັດທະນາກວ່າ ແລະ ມີເງື່ອນໄຂເພື່ອເປີດກວ້າງຕະຫລາດ, ຊຸກຍູ້ຕະຫລາດພາຍໃນປະເທດກໍຄືການສົ່ງອອກ.”
ທີ່ພິທີປະກາດ, ທ່ານ ຫງວຽນກວນ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມອບໃບຍ້ອງຍໍໃຫ້ແກ່ວິສາຫະກິດ ຜະລິດສິນຄ້າທີ່ມີຄຸນນະພາບສູງ ຫວຽດນາມ 17 ແຫ່ງ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວປ່ຽນໃຫມ່, ປະດິດສ້າງ.