(vovworld) – ພີທີມອບລາງວັນບົດປະພັນວັນນະຄະດີສິລະປະກ່ຽວກັບກະສິກຳ ແລະ ກໍ່ສ້າງຊົນນະບົດໃໝ່ ໄລຍະ 2010-2015 ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສົມທົບກັບສະມາຄົມນັກປະພັນຫວຽດນາມ ຈັດຕັ້ງໃນຕອນຄ່ຳວັນທີ 15/03 ຢູ່ຮ່າໂນ້ຍ. ທ່ານ ຫວູວັນນິງ, ຮອງນາຍົກລັດຖະມົນຕີ; ທ່ານ ຫງວຽນເທກີ, ຜູ້ອຳນວຍການໃຫຍ່ VOV, ພ້ອມກັບຜູ້ຕາງໜ້າການນຳບັນດາກະຊວງ, ຂະແໜງການສູນກາງເຂົ້າຮ່ວມ. ກ່າວຄຳເຫັນທີ່ພິທີສະຫຼຸບການເສັງ, ທ່ານ ຕັງມິງໂລກ, ຫົວໜ້າຄະນະຈັດຕັ້ງ, ເນັ້ນໜັກວ່າ.
“ມື້ນີ້ພວກເຮົາຈັດພິທີເຊີດຊູບັນດານັກປະພັນທີ່ມີບັນດາບົດປະພັນດີເດັ່ນເພື່ອສົ່ງເສີມ, ລະດົມກຳລັງໃຈບັນດາຜູ້ທີ່ໄດ້ປະກອບສ່ວນ, ເຮັດໃຫ້ມູນຄ່າຂະບວນການພັດທະນາກະສິກຳ ແລະ ກໍ່ສ້າງຊົນນະບົດໃໝ່ເພີ່ມຂຶ້ນ. ຫວັງວ່າ, ຜ່ານການເສັງຄັ້ງນີ້ຈະຊ່ວຍໃຫ້ພະນັກງານ, ປະຊາຊົນໃນທົ່ວປະເທດມີຄວາມເຂົ້າໃຈກວ່າກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ, ພ້ອມທັງແບ່ງປັນ, ຮ່ວມແຮງຮ່ວມໃຈກໍ່ສ້າງກະສິກຳຫວຽດນາມ ໃຫ້ທັນສະໄໝ ແລະ ສິວິໄລ”.
ຜ່ານ 3 ເດືອນແຫ່ງການປຸກລະດົມ, ຄະນະຈັດຕັ້ງໄດ້ຮັບບົດປະພັນວັນນະຄະດີເຂົ້າຮ່ວມການເສັງ 2700 ບົດ ຂອງນັກປະພັນກວ່າ 1.200 ຄົນ ໃນ 3 ປະເພດຄື: ວັດທະນະທຳ, ຮູບພາບ ແລະ ບົດເພງທີ່ແຕ່ງ ໃນໄລຍະແຕ່ປີ 2010 – 2015. ຄະນະຈັດຕັ້ງໄດ້ຄັດເລືອກເອົາບົດເສັງທີ່ດີເດັ່ນ 57 ບົດເພື່ອມອບລາງວັນ.