ພິທີລົງນາມສົມທົບກັນຂົນຂວາຍການຜະລິດ, ດຳເນີນທຸລະກິດດ້ານຄວາມປອດໄພຂອງອາຫານ
(VOVWORLD) -ຕອນເຊົ້າວັນທີ 03 ພະຈິກ, ຢູ່ຮ່າໂນ້ຍ, ລັດຖະບານ, ສະມາຄົມຊາວກະສິກອນຫວຽດນາມ, ສະຫະພັນແມ່ຍິງຫວຽດນາມ ພ້ອມກັນລົງນາມໃນລາຍການສົມທົບກັນໂຄສະນາ, ຂົນຂວາຍການຜະລິດ, ດຳເນີນທຸລະກິດຜະລິດຕະພັນກະເສດ, ສຸຂະອານາໄມດ້ານອາຫານເພື່ອສຸຂະພາບປະຊາຄົມ ໄລຍະ 2017 – 2020.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີລົງນາມ
(ພາບ: TTXVN)
|
ກ່າວຄຳເຫັນທີ່ພິທີລົງນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ສະເໜີ ສະຫະພັນແມ່ຍິງຫວຽດນາມ, ສະມາຄົມຊາວກະສິກອນຫວຽດນາມ ເພີ່ມທະວີຂົນຂວາຍບັນດາສະມາຊິກປະຕິບັດການຜະລິດສະບຽງອາຫານ, ຜະລິດຕະພັນກະເສດປອດສານຜິດ ແຕ່ຊົນນະບົດຕະຫຼອດຮອດຕົວເມືອງຕາມບັນດາມາດຕະຖານທີ່ໄດ້ກຳນົດໄວ້. ພ້ອມກັນນັ້ນບັນດາສະມາຄົມຂັ້ນຕ່າງໆຍັງເພີ່ມທະວີໂຄສະນາ, ຂົນຂວາຍຕິດຕາມກວດກາ, ປະຕິເສດຜະລິດຕະພັນກະເສດ, ອາຫານປົນເປື້ອນ ເພື່ອໃຫ້ປະຊາຊົນທຸກຄົນພ້ອມກັນໄດ້ຮັບປະທານອາຫານປອດສານຜິດ, ມີແຫຼ່ງກຳເນີດຢ່າງຈະແຈ້ງ.