(ພາບ: http://dantri.com.vn)
(vovworld)- ວັນທີ 21/2, ຢູ່ເມືອງມູ່ກັງຈ້າຍ, ກະຊວງສາທາລະນະສຸກ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ, ສູນກາງສະຫະພັນຊາວໜຸ່ມຫວຽດນາມ ໄດ້ຈັດ ພິທີສົ່ງ “ທ່ານໝໍໜຸ່ມອາສາສະໝັກລົງປະຕິບັດວຽກງານຢູ່ເຂດພູດອຍ, ເຂດຫ່າງໄກສອກຫລີກ, ເຂດທະເລໝູ່ເກາະ, ເຂດປະສົບກັບຄວາມຫຍູ້ງຍາກພິເສດ, ບຸລິມະສິດ 62 ເມືອງທຸກຍາກ“.
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານນາງຕອງທິຟອງ, ກຳມະການກົມການເມືອງ, ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ຕີລາຄາສູງບັນດາໝາກຜົນໃນເບື້ອງຕົ້ນຂອງໂຄງການສົ່ງທ່ານໝໍໜຸ່ມໄປເຮັດວຽກຢູ່ບັນດາບໍລິເວນທຸກຍາກແມ່ນວຽກງານທີ່ແທດຈິງ ປະກອບສ່ວນນຳເຂດພູດອຍພັດທະນາເທົ່າທຽມກັບເຂດທົ່ງພຽງ:
“ຂ້າພະເຈົ້າຊົມເຊີຍບັນດາທ່ານໝໍໜຸ່ມໄດ້ໄປເຮັດວຽກຢູ່ເຂດທຸກຍາກ, ຂ້າພະເຈົ້າຫວັງວ່າ, ພວກເພື່ອນຈະຕິດພັນຄວາມຮັບຜິດຊອບຂອງຕົນກັບນນ້ຳໃຈສະຫາຍອ້າຍນ້ອງ, ສືບຕໍ່ເສີມຂະຫຍາຍນ້ຳໃຈນຳໜ້າຂອງໄວໜຸ່ມ, ປະຕິບັດສຳເລັດໜ້າທີ່ໄດ້ຮັບມອບໝາຍ, ອຸທິດສ່ວນກຳລັງເຫື່ອແຮງ, ພູມປັນຍາເຂົ້າໃນການພັດທະນາຂອງຂະແໜງສາທາລະນະສຸກກໍ່ຄືການພັດທະນາຂອງປະເທດຊາດ“.
ພາຍຫລັງຜັນຂະຫຍາຍປະຕິບັດມາເປັນເວລາ 1 ປີ, ມາຮອດປະຈຸບັນ, ໂຄງການ “ສົ່ງທ່ານໝໍໜຸ່ມອາສາສະໝັກລົງປະຕິບັດວຽກງານຢູ່ເຂດພູດອຍ, ເຂດຫ່າງໄກສອກຫລີກ, ເຂດທະເລໝູ່ເກາະ, ເຂດປະສົບກັບຄວາມຫຍູ້ງຍາກພິເສດ, ບຸລິມະສິດ 62 ເມືອງທຸກຍາກ“ ໄດ້ດຶງດູດການເຂົ້າຮ່ວມຂອງບັນດາທ່ານໝໍໜຸ່ມເປັນຈຳນວນຫຼວງຫຼາຍ.