ພິທີສວດມົນພາວະນາໃຫ້ບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຂອງປະຊາຄົມຊາວ ຫວຽດນາມ ຢູ່ເຢຍລະມັນ

ພິທີສວດມົນພາວະນາໃຫ້ບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຂອງປະຊາຄົມຊາວ ຫວຽດນາມ ຢູ່ເຢຍລະມັນ - ảnh 1
​ພິ​ທີ​ສວດ​ມົນ​ພາ​ວະ​ນາຢ​ູ່​ເຢຍ​ລະ​ມັນ

(vovworld) - ວັນ​ທີ 12/3, ​ຢູ່ວັດ ຕື່​ເອີນ, ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່​ນະ​ຄອນຫຼວງ ແບກ​ແລງ, ປະ​ເທດ ເຢຍ​ລະ​ມັນ, ໄດ້​ຈັດ​ຕັ້ງ​ພິ​ທີ​ສວດ​ມົນ​ພາ​ວະ​ນາເພື່ອ​ສະ​ແດງ​ຄວາມ​ຮູ້​ບຸ​ນ​​ຄຸນບັນ​ດາ​ວິ​ລະ​ຊົນທີ່​ໄດ້ເສ​ຍ​ສະຫຼະ​ຊີ​ວິດ​​ເພື່ອ​​ເອ​ກະ​ລາດ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ​້ວນ, ທະ​ເລ​ໝູ່​ເກາະຂອງ​ປະ​ເທດ​ຊາດ. ຂຶ້ນ​ຕົ້ນ​ພິ​ທີ, ເຈົ້າ​ອະ​ທິ​ການ​ວ​ັດ, ພະ​ມະ​ຫາ​ອາ​ຈານ ທີກ​ຕື່​ເຍີນ ພ້ອມ​ກັບ​ພະ​ສົງ​ສຳ​ມະ​ເນນ, ​ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ແລະ ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ໄດ້​ໄວ້​ອາ​ໄລ​ໜຶ່ງ​ນາ​ທີ​ຕາມ​ພິ​ທີ​ການ​ພ​ຸ​ດ​ທະ​ສາ​ສະ​ໜາ​ ແລະ ຖະ​ຫວາຍ​ທູບ​ທຽນ​ເພື່ອ​ສະ​ແດງ​ຄວາມ​​ເຄົາ​ລົບ​ນັບ​ຖື, ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​​ທີ່ໄດ້​ເສ​ຍ​ສະ​ຫຼະ​ຊີ​ວິດ​ໃນ​​ການ​ສູ້​ຮົບ​ເພື່ອ​ປົກ​ປັກ​ຮັກ​ສາ​​ຜືນ​ແຜ່ນ​ດິນຊາຍ​ແດນ, ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ, ​ພາ​ວະ​ນາຂໍ​ໃຫ້​​ດວງວີນ​ຍານ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ທີ່​ໄດ້ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ໄດ້​ໄປ​ສູ່​ສຸ​ຂະ​ຕິ ທ່ານ ຫງວຽນ​ຕ໋ຽນ​ເຂີຍ, ນັກ​ຮົບ​ເກົ່າ​ໄດ້​ເຄື່ອນ​ໄຫວ​ເປັນ​ເວ​ລາຫຼາຍ​ປີ​ຢູ່ ເຈືອງ​ຊາ, ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ວັດ ຕື່​ເອີນ ພ້ອມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ຢູ່​ແບກ​ແລງ ​ທີ່ໄດ້​ຈັດ​ຕັ້ງ​ພິ​ທີ​ສວດ​ມົນ​ພາ​ວະ​ນາ​ໃຫ້​ແກ່​ບັນ​ດາ​ຜູ້​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ປະ​ເທດ​ຊາດ. ທ່ານ ຫງວຽນ​ຕ໋ຽນ​ເຂີຍ ຢັ້ງ​ຢືນ​ວ່າ: ລຸ້ນ​ຄົນ​​ໃນປະ​ຈຸ​ບັນ​ຈະ​ຈົດ​ຈຳ​ບ​ຸນ​ຄຸນ​ອັນ​ໃຫຍ່ຫຼວງ​ນີ້​ໄວ້ ແລະ ຍາມ​ໃດ​ກໍ່​ຈະ​ສະ​ແດງ​ນຳ​້​ໃຈ​ຕອບ​ບຸນ​ແທນ​ຄຸນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ການ​ເສຍ​ສະຫຼະ​ອັນ​ສູງ​ສົ່ງ​ຂອ​ງ​ບັນ​ດາ​ວິ​ລະ​ຊົນນັກ​ຮົບ​​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຕະຫຼອດ​ໄປ.


ຂ່າວ/ບົດ​ອື່ນ