ພິທີສະຫຼຸບ ແລະ ມອບລາງວັນການເສັງຂຽນ “ບັນດາແບບຢ່າງລຽບງ່າຍແຕ່ສູງສົ່ງ” ປີ 2013
(ການປະຊຸມຂ່າວກ່ຽວກັບການມອບລາງວັນການເສັງ)
(vovworld) – ພິທີສະຫຼຸບ ແລະ ມອບລາງວັນການເສັງຂຽນ “ບັນດາແບບຢ່າງລຽບງ່າຍແຕ່ສູງສົ່ງ” ປີ 2013 ຄັ້ງທີ 5 ປີ 2013 ຈະດຳເນີນໄປໃນຕອນຄໍ່າວັນທີ 07/06, ຢູ່ຮ່າໂນ້ຍ. ການເສັງໂດຍໜັງສື່ພິມ ກວນໂດ້ຍເຍີນເຢີນ (ສຽງຂອງກອງທັບປະຊາຊົນ), ໂທລະພາບຫວຽດນາມ, ຄະນະໂຄສະນາສຶກສາສູນກາງ ສົມທົບກັນຈັດຕັ້ງ. ທີ່ການປະຊຸມຂ່າວໃນຕອນເຊົ້າວັນທີ 04/06, ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງໃຫ້ຮູ້ວ່າ ໄດ້ຄັດເລືອກ 15 ບົດໃນຈຳນວນນັບຮ້ອຍບົດທີ່ເຂົ້າຮ່ວມການເສັງເພື່ອມອບລາງວັນ. ພົ້ນເດັ່ນແມ່ນບົດປະພັນຍາດໄດ້ລາງວັນທີ 1 ດ້ວຍຫົວຂໍ້ “ຜູ້ສະສົມນັບພັນເອກະສານທີ່ລຳ້ຄ່າກ່ຽວກັບຮ່ວາງຊາ ແລະ ເຈື່ອງຊາ” ຂອງນັກປະພັນ ຟານຕ໋ຽນຢຸງ, ເຊິ່ງຂຽນກ່ຽວກັບອ້າຍ ເຈີ່ນທັ໋ງ, ຊາວຫວຽດນາມ ອາໄສຢູ່ອາເມລິກາ, ປະຈຸບັນແມ່ນປະທານສະຖາບັນວັດທະນະທຳ ແລະ ສຶກສາຫວຽດນາມ ປະຈຳນິວຢອກ. ເຖິງວ່າພວມເຮັດວຽກ ແລະ ອາໄສຢູ່ນິວຢອກ ກໍ່ຕາມ, ແຕ່ຍາມໃດອ້າຍກໍ່ມຸ່ງໄປສູ່ບ້ານເກີດເມືອງນອນ ແລະ ໄດ້ສະສົມແຜນທີ່ກວ່າ 150 ແຜ່ນ ແລະ ປື້ມ atlas 3 ຫົວມອບໃຫ້ສະຖາບັນຄົ້ນຄວ້າພັດທະນາເສດຖະກິດ - ສັງຄົມດ່ານັ້ງ, ປະກອບສ່ວນຢືນຢັນອະທິປະໄຕຂອງຫວຽດນາມ ທີ່ມີຕໍ່ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ພັນເອກ ຟ້າມວັນຮ໋ວນ, ຮອງບັນນາທິການໃຫຍ່ໜັງສື່ພິມກວນໂດ້ຍເຍີນເຢີນ ໃຫ້ຮູ້ວ່າ.
“ການເສງຂຽນບັນດາແບບຢ່າງລຽບງ່າຍແຕ່ສູງສົ່ງຄັ້ງທີ 5 ໄດ້ແນະນຳບັນດາແບບຢ່າງວຽກດີ, ຄົນເດັ່ນໃນທຸກຂົງເຂດ. ພົ້ນເດັ່ນແມ່ນບັນດາແບບຢ່າງພວມ ແລະ ເຄີຍເປັນທະຫານ. ພວກຂ້າພະເຈົ້າພວມຜັນຂະຫຍາຍການເສັງຂຽນບັນດາແບບຢ່າງລຽບງ່າຍແຕ່ສູງສົ່ງຄັ້ງທີ 6 ປີ 2014. ການເສັງປີນີ້ ສືບຕໍ່ຍ້ອງຍໍບັນດາແບບຢ່າງວຽກດີ, ຄົນເດັ່ນ ໃນທຸກຂົງເຂດຂອງປະເທດຊາດ”.